ສະຫຼຸບ
ດາລາສາດມີປະຫວັດສາດທີ່ຍາວນານ ແລະ ອຸດົມສົມບູນ ເຊິ່ງສືບທອດມາຕັ້ງແຕ່ສະໄໝບູຮານ. ນັກເບິ່ງທ້ອງຟ້າສະໄໝບູຮານ (Ancient Skywatchers) ນັບເປັນເວລາດົນນານມາແລ້ວ ທີ່ຈະມີການບັນທຶກປະຫວັດສາດເປັນລາຍລັກອັກສອນ, ມະນຸດເຮົາກໍມີຄວາມຫຼົງໄຫຼໃນທ້ອງຟ້າ. ສະຖານທີ່ບູຮານຕ່າງໆ ເຊັ່ນ: ສະໂຕນເຮັນຈ໌ (Stonehenge) ໃນປະເທດອັງກິດ ສະແດງໃຫ້ເຫັນວ່າ ມະນຸດສະໄໝກ່ອນໄດ້ມີການຕິດຕາມການເຄື່ອນທີ່ຂອງດວງອາທິດ ແລະ ດວງຈັນ. ນອກນັ້ນ, ຍັງມີ ແຜ່ນຜັງທ້ອງຟ້າເນບຣາ (Nebra sky disc) ທີ່ຖືກຄົ້ນພົບໃນປະເທດເຢຍລະມັນ ເຊິ່ງເປັນອີກຕົວຢ່າງໜຶ່ງ; ມັນແມ່ນແຜ່ນທອງສຳລິດທີ່ມີສັນຍາລັກຄຳ ແທນໃຫ້ດວງອາທິດ, ດວງຈັນ ແລະ ດວງດາວ. ໃນສະຖານທີ່ຕ່າງໆ ເຊັ່ນ: ນັບຕາ ພລາຍຢາ (Nabta Playa) ໃນປະເທດເອຢິບ, ຄົນບູຮານໄດ້ສ້າງວົງມົນຫີນຂຶ້ນມາ. ເຊິ່ງວົງມົນເຫຼົ່ານີ້ຊ່ວຍໃຫ້ພວກເຂົາຕິດຕາມລະດູການ ແລະ…
ດາລາສາດມີປະຫວັດສາດທີ່ຍາວນານ ແລະ ອຸດົມສົມບູນ ເຊິ່ງສືບທອດມາຕັ້ງແຕ່ສະໄໝບູຮານ.
ນັກເບິ່ງທ້ອງຟ້າສະໄໝບູຮານ (Ancient Skywatchers)
ນັບເປັນເວລາດົນນານມາແລ້ວ ທີ່ຈະມີການບັນທຶກປະຫວັດສາດເປັນລາຍລັກອັກສອນ, ມະນຸດເຮົາກໍມີຄວາມຫຼົງໄຫຼໃນທ້ອງຟ້າ. ສະຖານທີ່ບູຮານຕ່າງໆ ເຊັ່ນ: ສະໂຕນເຮັນຈ໌ (Stonehenge) ໃນປະເທດອັງກິດ ສະແດງໃຫ້ເຫັນວ່າ ມະນຸດສະໄໝກ່ອນໄດ້ມີການຕິດຕາມການເຄື່ອນທີ່ຂອງດວງອາທິດ ແລະ ດວງຈັນ. ນອກນັ້ນ, ຍັງມີ ແຜ່ນຜັງທ້ອງຟ້າເນບຣາ (Nebra sky disc) ທີ່ຖືກຄົ້ນພົບໃນປະເທດເຢຍລະມັນ ເຊິ່ງເປັນອີກຕົວຢ່າງໜຶ່ງ; ມັນແມ່ນແຜ່ນທອງສຳລິດທີ່ມີສັນຍາລັກຄຳ ແທນໃຫ້ດວງອາທິດ, ດວງຈັນ ແລະ ດວງດາວ.
ໃນສະຖານທີ່ຕ່າງໆ ເຊັ່ນ: ນັບຕາ ພລາຍຢາ (Nabta Playa) ໃນປະເທດເອຢິບ, ຄົນບູຮານໄດ້ສ້າງວົງມົນຫີນຂຶ້ນມາ. ເຊິ່ງວົງມົນເຫຼົ່ານີ້ຊ່ວຍໃຫ້ພວກເຂົາຕິດຕາມລະດູການ ແລະ ຄາດຄະເນການເກີດ ນ້ຳຖ້ວມປະຈຳປີຂອງແມ່ນ້ຳນິນ. ເຊິ່ງສິ່ງນີ້ແມ່ນມີຄວາມສຳຄັນຫຼາຍສຳລັບການເຮັດກະສິກຳໃນສະໄໝນັ້ນ.
ໂຄງສ້າງຫີນບູຮານຂະໜາດໃຫຍ່ ທີ່ເອີ້ນວ່າ ເມກາລິທ (megaliths) ຈາກເຂດ ນັບຕາ ພລາຍຢາ (Nabta Playa) ໃນພາກເໜືອຂອງປະເທດເອຢິບ. ພວກມັນຖືກຈັດວາງໄວ້ໃຫ້ກົງກັບຕຳແໜ່ງຂອງດວງດາວທີ່ສຳຄັນ.

ແຜ່ນຜັງທ້ອງຟ້າເນບຣາ (Nebra sky disc) ຈາກປະເທດເຢຍລະມັນ, ຖືກສ້າງຂຶ້ນໃນຊ່ວງປະມານ 1,800–1,600 ປີ ກ່ອນຄຣິດສັກກະລາດ. ມັນສະແດງໃຫ້ເຫັນເຖິງສັນຍາລັກຂອງດວງອາທິດ, ດວງຈັນ ແລະ ດວງດາວ.

ແຜ່ນຜັງທ້ອງຟ້າເນບຣາ (The Nebra Sky disk); ພົບທີ່ເຂດ ມິດເທວເບີກ (Mittelberg) ໃກ້ກັບເມືອງ ເນບຣາ ປະເທດເຢຍລະມັນ, ສ້າງຂຶ້ນປະມານ 1,600 ປີ ກ່ອນຄຣິດສັກກະລາດ. ຮູບນີ້ຖ່າຍຈາກງານວາງສະແດງພິເສດ “Beyond the Horizon – Space and Knowledge in the Old World cultures” ທີ່ຫໍພິພິທະພັນ Pergamon (ປີ 2012).
ແຫຼ່ງຂໍ້ມູນ: ຈາກເວັບໄຊ https://www.kiddle.co/