ດາລາສາດ

ດາວເຄາະນ້ອຍ (Asteroids) ແມ່ນຫຍັງ?

ແບ່ງປັນ

ສະຫຼຸບ

ດາວເຄາະນ້ອຍ ແມ່ນກ້ອນຫີນໃນອາວະກາດທີ່ໂຄຈອນອ້ອມດວງອາທິດ. ໃຫ້ຄິດວ່າພວກມັນເປັນສິ່ງທີ່ຍັງເຫຼືອມາຈາກຕອນທີ່ລະບົບສຸລິຍະຂອງພວກເຮົາກຳລັງກໍ່ຕົວຂຶ້ນ. ເມື່ອດາວເຄາະຕ່າງໆຖືກສ້າງຂຶ້ນຈາກຝຸ່ນ ແລະ ກ້ອນຫີນຈໍານວນມະຫາສານ, ເສດເຫຼົ່ານີ້ບາງສ່ວນກໍບໍ່ໄດ້ກາຍເປັນສ່ວນໜຶ່ງຂອງດາວເຄາະໄດ້ເລີຍ, ແລະ ສິ່ງເຫຼົ່ານັ້ນ ເອີ້ນວ່າ: ດາວເຄາະນ້ອຍ! ຮູບພາບຂອງດາວເຄາະນ້ອຍທີ່ນັກວິທະຍາສາດ ຖ່ານຮູບໄວ້ ສະແດງໃຫ້ເຫັນຄວາມແຕກຕ່າງຂອງພວກມັນ: (ແຖວເທິງ) ມີຊື່ວ່າ: 433 Eros ແລະ 243 Ida ທີ່ມີດວງຈັນຢູ່ທາງຂ້າງ Dactyl, (ແຖວລຸ່ມ) Ceres ແລະ 101955 Bennu. ດາວເຄາະນ້ອຍມີຕັ້ງແຕ່ຂະໜາດນ້ອຍເທົ່າກັບກ້ອນຫີນຂະໜາດນ້ອຍ ໄປຈົນເຖິງຂະໜາດໃຫຍ່ເທົ່າກັບພູເຂົາ. ພວກມັນປະກອບດ້ວຍຫີນ, ໂລຫະ, ຫຼື ນ້ຳກ້ອນ. ບໍ່ຄືກັບດາວເຄາະຕ່າງໆ, ດາວເຄາະນ້ອຍມັກຈະມີຮູບຮ່າງທີ່ບໍ່ເປັນລະບຽບ. ຫຼາຍດວງເບິ່ງຄືກັບ "ກອງຫີນ" ຫຼາຍກວ່າທີ່ຈະເປັນກ້ອນກົມແຂງໆ. ນັກວິທະຍາສາດສຶກສາດາວເຄາະນ້ອຍເພື່ອຮຽນຮູ້ກ່ຽວກັບລະບົບສຸລິຍະໃນຍຸກເລີ່ມຕົ້ນ, ເພາະພວກມັນສາມາດໃຫ້ຂໍ້ຄຶດກ່ຽວກັບວິທີການກຳເນີດດາວເຄາະຕ່າງໆ ເຊັ່ນ:…

ດາວເຄາະນ້ອຍ ແມ່ນກ້ອນຫີນໃນອາວະກາດທີ່ໂຄຈອນອ້ອມດວງອາທິດ. ໃຫ້ຄິດວ່າພວກມັນເປັນສິ່ງທີ່ຍັງເຫຼືອມາຈາກຕອນທີ່ລະບົບສຸລິຍະຂອງພວກເຮົາກຳລັງກໍ່ຕົວຂຶ້ນ. ເມື່ອດາວເຄາະຕ່າງໆຖືກສ້າງຂຶ້ນຈາກຝຸ່ນ ແລະ ກ້ອນຫີນຈໍານວນມະຫາສານ, ເສດເຫຼົ່ານີ້ບາງສ່ວນກໍບໍ່ໄດ້ກາຍເປັນສ່ວນໜຶ່ງຂອງດາວເຄາະໄດ້ເລີຍ, ແລະ ສິ່ງເຫຼົ່ານັ້ນ ເອີ້ນວ່າ: ດາວເຄາະນ້ອຍ!

ຮູບພາບຂອງດາວເຄາະນ້ອຍທີ່ນັກວິທະຍາສາດ ຖ່ານຮູບໄວ້ ສະແດງໃຫ້ເຫັນຄວາມແຕກຕ່າງຂອງພວກມັນ: (ແຖວເທິງ) ມີຊື່ວ່າ: 433 Eros ແລະ 243 Ida ທີ່ມີດວງຈັນຢູ່ທາງຂ້າງ Dactyl, (ແຖວລຸ່ມ) Ceres ແລະ 101955 Bennu.

ດາວເຄາະນ້ອຍມີຕັ້ງແຕ່ຂະໜາດນ້ອຍເທົ່າກັບກ້ອນຫີນຂະໜາດນ້ອຍ ໄປຈົນເຖິງຂະໜາດໃຫຍ່ເທົ່າກັບພູເຂົາ. ພວກມັນປະກອບດ້ວຍຫີນ, ໂລຫະ, ຫຼື ນ້ຳກ້ອນ. ບໍ່ຄືກັບດາວເຄາະຕ່າງໆ, ດາວເຄາະນ້ອຍມັກຈະມີຮູບຮ່າງທີ່ບໍ່ເປັນລະບຽບ. ຫຼາຍດວງເບິ່ງຄືກັບ “ກອງຫີນ” ຫຼາຍກວ່າທີ່ຈະເປັນກ້ອນກົມແຂງໆ. ນັກວິທະຍາສາດສຶກສາດາວເຄາະນ້ອຍເພື່ອຮຽນຮູ້ກ່ຽວກັບລະບົບສຸລິຍະໃນຍຸກເລີ່ມຕົ້ນ, ເພາະພວກມັນສາມາດໃຫ້ຂໍ້ຄຶດກ່ຽວກັບວິທີການກຳເນີດດາວເຄາະຕ່າງໆ ເຊັ່ນ: ໂລກຂອງພວກເຮົາ.

ດາວເຄາະນ້ອຍຢູ່ໃສ?

ດາວເຄາະນ້ອຍສ່ວນຫຼາຍອາໄສຢູ່ໃນເຂດພິເສດທີ່ເອີ້ນວ່າ ແຖບດາວເຄາະນ້ອຍ (Asteroid belt) ເຊິ່ງພົບເຫັນຢູ່ລະຫວ່າງດາວອັງຄານ ແລະ ດາວພະຫັດ. ມັນບໍ່ແມ່ນວົງແຫວນທີ່ແຂງຕົວ ແຕ່ປຽບເໝືອນທາງດ່ວນທີ່ວຸ້ນວາຍໃນອາວະກາດທີ່ມີດາວເຄາະນ້ອຍນັບລ້ານດວງເຄື່ອນທີ່ຢູ່. ນັກວິທະຍາສາດຄາດຄະເນວ່າ ມີດາວເຄາະນ້ອຍຫຼາຍກວ່າໜຶ່ງລ້ານດວງໃນແຖບນີ້ທີ່ມີຂະໜາດໃຫຍ່ກວ່າ 1 ກິໂລແມັດ.

ນອກຈາກນັ້ນ, ຍັງມີດາວເຄາະນ້ອຍບາງດວງທີ່ເດີນທາງຢູ່ນອກແຖບຫຼັກ ເຊິ່ງເອີ້ນວ່າ ດາວເຄາະນ້ອຍໃກ້ໂລກ (Near-Earth asteroids – NEAs). ວົງໂຄຈອນຂອງພວກມັນພາໃຫ້ເຂົ້າມາໃກ້ໂລກ, ບາງດວງກໍຕັດຜ່ານເສັ້ນທາງຂອງໂລກ! ແຕ່ບໍ່ຕ້ອງເປັນຫ່ວງ, ເພາະສ່ວນຫຼາຍມີຂະໜາດນ້ອຍ ແລະ ຈະເຜົາໄໝ້ໃນຊັ້ນບັນຍາກາດຂອງໂລກກາຍເປັນ “ດາວຕົກ” ທີ່ສວຍງາມ.

ດາວເຄາະນ້ອຍປະກອບດ້ວຍຫຍັງ?

ອົງປະກອບຂອງດາວເຄາະນ້ອຍຂຶ້ນຢູ່ກັບບ່ອນທີ່ພວກມັນກໍ່ຕົວໃນຍຸກເລີ່ມຕົ້ນຂອງລະບົບສຸລິຍະ. ນັກວິທະຍາສາດຈັດປະເພດພວກມັນໂດຍອີງໃສ່ວັດຖຸທີ່ປະກອບສ້າງ ແລະ ການສະທ້ອນແສງ, ເຊິ່ງມີປະເພດຫຼັກໆດັ່ງນີ້:

  • ປະເພດ C (C-type): ພົບເຫັນຫຼາຍທີ່ສຸດ (ປະມານ 75%), ມີສີເຂັ້ມ, ປະກອບດ້ວຍດິນໜຽວ ແລະ ຫີນຊິລິກາ.
  • ປະເພດ S (S-type): ພົບເຫັນຫຼາຍເປັນອັນດັບສອງ, ມີຄວາມສະຫວ່າງກວ່າປະເພດ C, ປະກອບດ້ວຍສານຊິລິກາ ແລະ ໂລຫະບາງຊະນິດ.
  • ປະເພດ M (M-type): ພົບເຫັນໜ້ອຍກວ່າ, ປະກອບດ້ວຍໂລຫະເປັນຫຼັກ ເຊັ່ນ: ເຫຼັກ ແລະ ນິກເກີນ.

ດາວເຄາະນ້ອຍໃຫຍ່ສ່ຳໃດ?

ຂະໜາດຂອງພວກມັນມີຫຼາກຫຼາຍ, ຕັ້ງແຕ່ສອງສາມແມັດໄປຈົນເຖິງຫຼາຍຮ້ອຍກິໂລແມັດ. ດາວເຄາະນ້ອຍທີ່ໃຫຍ່ທີ່ສຸດໃນແຖບຫຼັກຄື ຊີຣີສ (Ceres) ເຊິ່ງມີຄວາມກວ້າງປະມານ 946 ກິໂລແມັດ. ມັນໃຫຍ່ຈົນຖືກຈັດເປັນ ດາວເຄາະນ້ອຍ (dwarf planet)! 3 ວັດຖຸທີ່ໃຫຍ່ທີ່ສຸດໃນແຖບດາວເຄາະນ້ອຍຄື ຊີຣີສ, ເວສຕາ (Vesta), ແລະ ພັລລັສ (Pallas) ເຊິ່ງປຽບເໝືອນດາວເຄາະນ້ອຍໆ. ສີ່ອັນດັບທຳອິດ (ລວມທັງໄຮຈີອຽງ – Hygiea) ມີມວນສານລວມກັນເຖິງເຄິ່ງໜຶ່ງຂອງມວນສານທັງໝົດໃນແຖບດາວເຄາະນ້ອຍ.

ເຮົາສຶກສາດາວເຄາະນ້ອຍແນວໃດ?

ນັກວິທະຍາສາດໃຊ້ກ້ອງໂທລະທັດທັງໃນໂລກ ແລະ ໃນອາວະກາດເພື່ອສຶກສາແສງ ແລະ ວົງໂຄຈອນຂອງພວກມັນ. ບາງຄັ້ງກໍມີການສົ່ງຍານອາວະກາດໄປສຳຫຼວດຢ່າງໃກ້ຊິດ ເຊັ່ນ:

  • ຍານອາວະກາດ NEAR Shoemaker: ເຂົ້າໄປວົງໂຄຈອນ ແລະ ລົງຈອດເທິງດາວເຄາະນ້ອຍອີຣອສ (Eros) ໃນປີ 2001.
  • ຍານອາວະກາດ OSIRIS-REx: ໄດ້ເກັບຕົວຢ່າງຈາກດາວເຄາະນ້ອຍເບນນູ (Bennu) ເພື່ອນຳກັບມາສຶກສາເທິງໂລກ.

ດາວເຄາະນ້ອຍເປັນອັນຕະລາຍບໍ່?

ສ່ວນຫຼາຍບໍ່ເປັນອັນຕະລາຍ, ແຕ່ດາວເຄາະນ້ອຍໃກ້ໂລກບາງດວງອາດມີຄວາມສ່ຽງ, ເຊິ່ງນັກວິທະຍາສາດຈະຕິດຕາມຢ່າງໃກ້ຊິດ. ຖ້າມີຄວາມສ່ຽງທີ່ຈະຕຳໂລກ, ກໍມີແນວທາງປ້ອງກັນ ເຊັ່ນ: ການໃຊ້ຍານອາວະກາດຍູ້ໃຫ້ມັນປ່ຽນເສັ້ນທາງ. ຕົວຢ່າງທີ່ສຳຄັນຄື ພາລະກິດ DART ໃນເດືອນກັນຍາ 2022, ເຊິ່ງສາມາດປ່ຽນວົງໂຄຈອນຂອງດາວເຄາະນ້ອຍໄດມໍຟອສ (Dimorphos) ໄດ້ສຳເລັດ, ເປັນການທົດສອບຄວາມສາມາດໃນການປົກປ້ອງໂລກໃນອະນາຄົດ.

ປະຫວັດຄວາມເປັນມາ ແລະ ຂໍ້ເທັດຈິງທີ່ໜ້າສົນໃຈກ່ຽວກັບດາວເຄາະນ້ອຍ

ປະຫວັດການຄົ້ນພົບດາວເຄາະນ້ອຍ

ດາວເຄາະນ້ອຍດວງທຳອິດທີ່ມະນຸດຄົ້ນພົບຄື ຊີຣີສ (Ceres), ເຊິ່ງຄົ້ນພົບໃນວັນທີ 1 ມັງກອນ 1801 ໂດຍນັກດາລາສາດຊາວອີຕາລີ Giuseppe Piazzi. ນັ້ນຄືຈຸດເລີ່ມຕົ້ນທີ່ນຳໄປສູ່ການຄົ້ນພົບອື່ນໆອີກຫຼາຍພັນດວງ. ໃນປະຈຸບັນ, ດ້ວຍກ້ອງໂທລະທັດທີ່ມີປະສິດທິພາບສູງ ແລະ ເທັກໂນໂລຢີໃໝ່ໆ, ເຮົາຈຶ່ງສາມາດຄົ້ນພົບດາວເຄາະນ້ອຍດວງໃໝ່ໄດ້ຢ່າງຕໍ່ເນື່ອງ.

ເມື່ອພົບດາວເຄາະນ້ອຍດວງໃໝ່, ໃນເບື້ອງຕົ້ນມັນຈະໄດ້ຮັບຊື່ຊົ່ວຄາວ. ເມື່ອວົງໂຄຈອນຂອງມັນຖືກຢືນຢັນຢ່າງແນ່ນອນແລ້ວ, ມັນຈະໄດ້ຮັບໝາຍເລກປະຈຳຕົວ ແລະ ອາດຈະໄດ້ຮັບຊື່ສະເພາະ ເຊັ່ນ: 433 Eros. ຍານອະວະກາດ Galileo ເປັນຍານລຳທຳອິດທີ່ໄດ້ສຳຫຼວດດາວເຄາະນ້ອຍຢ່າງໃກ້ຊິດ, ຫຼັງຈາກນັ້ນ NASA ແລະ JAXA ກໍໄດ້ສົ່ງພາລະກິດພິເສດໄປສຳຫຼວດດາວເຄາະນ້ອຍໂດຍສະເພາະ.

ການຄົ້ນພົບສະສົມຂອງດາວເຄາະນ້ອຍໃກ້ໂລກທີ່ຮູ້ຈັກຕາມຂະໜາດ, 1980–2024.

ການເຮັດບໍ່ແຮ່ໃນອະວະກາດ (Asteroid Mining)

ແນວຄວາມຄິດຂອງນັກສິລະປິນກ່ຽວກັບພາລະກິດທີ່ມີລູກເຮືອໄປຍັງດາວເຄາະນ້ອຍ.

ແນວຄວາມຄິດເລື່ອງການເຮັດບໍ່ແຮ່ເທິງດາວເຄາະນ້ອຍເລີ່ມມີມາຕັ້ງແຕ່ຊຸມປີ 1970. ດາວເຄາະນ້ອຍອາດມີແຮ່ທາດທີ່ຫາຍາກເທິງໂລກ ແລະ ສາມາດນຳມາໃຊ້ປະໂຫຍດໄດ້ດັ່ງນີ້:

  • ແຫຼ່ງວັດຖຸສ້າງສິ່ງກໍ່ສ້າງ: ການຂົນສົ່ງວັດຖຸໜັກໆຈາກໂລກໄປສູ່ອະວະກາດມີລາຄາສູງຫຼາຍ, ສະນັ້ນການນຳວັດຖຸຈາກດາວເຄາະນ້ອຍມາໃຊ້ຈະຊ່ວຍຫຼຸດຕົ້ນທຶນໃນການສ້າງທີ່ພັກອາໄສໃນອະວະກາດ.
  • ເຊື້ອເພີງ: ນ້ຳກ້ອນທີ່ພົບເທິງດາວເຄາະນ້ອຍສາມາດນຳມາສະກັດເປັນເຊື້ອເພີງສຳລັບຍານອະວະກາດ ເພື່ອຊ່ວຍໃຫ້ເຮົາສາມາດສຳຫຼວດອະວະກາດໄດ້ໄກຍິ່ງຂຶ້ນ.
  • ການຄົ້ນຫາສິ່ງມີຊີວິດນອກໂລກ (SETI): ນັກວິທະຍາສາດບາງຄົນຕັ້ງຂໍ້ສັງເກດວ່າ ຖ້າມີອາລະຍະທໍາອື່ນທີ່ມີຄວາມກ້າວໜ້າໃນອະດີດ, ພວກເຂົາອາດຈະເຄີຍເຮັດບໍ່ແຮ່ເທິງດາວເຄາະນ້ອຍມາກ່ອນ ເຊິ່ງການຊອກຫາຮ່ອງຮອຍເຫຼົ່ານີ້ອາດເປັນຂໍ້ຄຶດໃນການຊອກຫາສະຕິປັນຍານອກໂລກ.

ຂໍ້ເທັດຈິງທີ່ໜ້າສົນໃຈ

  • ສະຖານທີ່: ດາວເຄາະນ້ອຍສ່ວນຫຼາຍຕັ້ງຢູ່ໃນ ແຖບດາວເຄາະນ້ອຍ (Main asteroid belt) ລະຫວ່າງດາວອັງຄານ ແລະ ດາວພະຫັດ.
  • ມວນສານ: ເມື່ອນຳດາວເຄາະນ້ອຍທັງໝົດມາລວມກັນ, ພວກມັນມີມວນສານພຽງແຕ່ປະມານ 3% ຂອງມວນສານດວງຈັນຂອງໂລກເທົ່ານັ້ນ.
  • ວົງໂຄຈອນ: ດາວເຄາະນ້ອຍສ່ວນໃຫຍ່ໃນແຖບຫຼັກມີວົງໂຄຈອນຮູບໄຂ່, ໂຄຈອນອ້ອມດວງອາທິດໃນທິດທາງດຽວກັບໂລກ, ໂດຍໃຊ້ເວລາ 3-6 ປີໃນການໂຄຈອນຄົບຮອບ.
  • ຈຳນວນ: ຮອດເດືອນເມສາ 2022, ມີການຄົ້ນພົບດາວເຄາະນ້ອຍຫຼາຍກວ່າ 1.1 ລ້ານດວງ, ໃນນັ້ນມີປະມານ 614,000 ດວງທີ່ມີຂໍ້ມູນພຽງພໍທີ່ຈະໄດ້ຮັບໝາຍເລກທາງການ.
  • ການປ່ຽນແປງ: ດາວເຄາະນ້ອຍຈະມີສີເຂັ້ມຂຶ້ນ ແລະ ອອກແດງຫຼາຍຂຶ້ນເມື່ອເວລາຜ່ານໄປ ເນື່ອງຈາກປະກົດການທີ່ເອີ້ນວ່າ “Space weathering” (ການສວມໃສ່ໃນອາວະກາດ).

ແຫຼ່ງຂໍ້ມູນ: ຈາກເວັບໄຊ https://www.kiddle.co/