ສະຫຼຸບ
ອັດຕາເງິນເຟີ້ (Inflation) ແມ່ນຕົວຊີ້ວັດທາງເສດຖະກິດທີ່ສໍາຄັນ ເພາະມີຜົນກະທົບໂດຍກົງຕໍ່ຄ່າຄອງຊີບຂອງປະຊາຊົນ ການດໍາເນີນທຸລະກິດ ແລະ ການກໍານົດນະໂຍບາຍຂອງທະນາຄານກາງ. ໃນເດືອນພຶດສະພາ 2026 ອັດຕາເງິນເຟີ້ຂອງສະຫະລັດໄດ້ເພີ່ມຂຶ້ນເປັນ 4.2% ຕໍ່ປີ ໂດຍສາເຫດຫຼັກມາຈາກການເພີ່ມສູງຂຶ້້ນຂອງລາຄາພະລັງງານ ອັນເນື່ອງມາຈາກຄວາມຂັດແຍ້ງທາງທະຫານໃນຕາເວັນອອກກາງ. ແຫຼ່ງຂໍ້ມູນ: www.nytimes.com ບົດຄວາມນີ້ຈະອະທິບາຍແບບຫຍໍ້ ເຂົ້າໃຈງ່າຍ ກ່ຽວກັບ ກົນໄກທີ່ເຫດການທາງພູມລັດຖະສາດສາມາດສົ່ງຜົນຕໍ່ອັດຕາເງິນເຟີ້ ແລະ ວິເຄາະຜົນກະທົບຕໍ່ປະເທດທີ່ເພິ່ງພາການນໍາເຂົ້າ ເປັນຕົ້ນ ສປປ ລາວ. 1. ເງິນເຟີ້ແມ່ນຫຍັງ? ເງິນເຟີ້ (Inflation) ແມ່ນການເພີ່ມຂຶ້ນຢ່າງຕໍ່ເນື່ອງຂອງລະດັບລາຄາສິນຄ້າ ແລະ ບໍລິການໂດຍລວມ. ຖ້າລາຄາສິນຄ້າສ່ວນໃຫຍ່ເພີ່ມຂຶ້ນ ຜູ້ບໍລິໂພກຈະຊື້ສິນຄ້າໄດ້ໜ້ອຍລົງດ້ວຍຈໍານວນເງິນເທົ່າເດີມ ຫຼື ເອີ້ນວ່າ "ອໍານາດການຊື້ (Purchasing Power) ຫຼຸດລົງ". ຕົວຢ່າງ: ປີ…
ອັດຕາເງິນເຟີ້ (Inflation) ແມ່ນຕົວຊີ້ວັດທາງເສດຖະກິດທີ່ສໍາຄັນ ເພາະມີຜົນກະທົບໂດຍກົງຕໍ່ຄ່າຄອງຊີບຂອງປະຊາຊົນ ການດໍາເນີນທຸລະກິດ ແລະ ການກໍານົດນະໂຍບາຍຂອງທະນາຄານກາງ. ໃນເດືອນພຶດສະພາ 2026 ອັດຕາເງິນເຟີ້ຂອງສະຫະລັດໄດ້ເພີ່ມຂຶ້ນເປັນ 4.2% ຕໍ່ປີ ໂດຍສາເຫດຫຼັກມາຈາກການເພີ່ມສູງຂຶ້້ນຂອງລາຄາພະລັງງານ ອັນເນື່ອງມາຈາກຄວາມຂັດແຍ້ງທາງທະຫານໃນຕາເວັນອອກກາງ.

ແຫຼ່ງຂໍ້ມູນ: www.nytimes.com
ບົດຄວາມນີ້ຈະອະທິບາຍແບບຫຍໍ້ ເຂົ້າໃຈງ່າຍ ກ່ຽວກັບ ກົນໄກທີ່ເຫດການທາງພູມລັດຖະສາດສາມາດສົ່ງຜົນຕໍ່ອັດຕາເງິນເຟີ້ ແລະ ວິເຄາະຜົນກະທົບຕໍ່ປະເທດທີ່ເພິ່ງພາການນໍາເຂົ້າ ເປັນຕົ້ນ ສປປ ລາວ.
1. ເງິນເຟີ້ແມ່ນຫຍັງ?
ເງິນເຟີ້ (Inflation) ແມ່ນການເພີ່ມຂຶ້ນຢ່າງຕໍ່ເນື່ອງຂອງລະດັບລາຄາສິນຄ້າ ແລະ ບໍລິການໂດຍລວມ.
ຖ້າລາຄາສິນຄ້າສ່ວນໃຫຍ່ເພີ່ມຂຶ້ນ ຜູ້ບໍລິໂພກຈະຊື້ສິນຄ້າໄດ້ໜ້ອຍລົງດ້ວຍຈໍານວນເງິນເທົ່າເດີມ ຫຼື ເອີ້ນວ່າ “ອໍານາດການຊື້ (Purchasing Power) ຫຼຸດລົງ”.
ຕົວຢ່າງ:
- ປີ 2025 ເຂົ້າສານ 1 ສອບ ລາຄາ 300,000 ກີບ
- ປີ 2026 ເຂົ້າສານສອບດຽວກັນ ລາຄາເພີ່ມຂຶ້ນເປັນ 330,000 ກີບ
ນີ້ໝາຍຄວາມວ່າ ເກີດເງິນເຟີ້ ເພາະລາຄາສິນຄ້າເພີ່ມຂຶ້ນ.
2. ເປັນຫຍັງສົງຄາມຢູ່ອີຣານຈຶ່ງກະທົບຕໍ່ເງິນເຟີ້ໂລກ?
ອີຣານເປັນໜຶ່ງໃນປະເທດທີ່ຜະລິດນໍ້າມັນລາຍໃຫຍ່ຂອງໂລກ.
ເມື່ອເກີດສົງຄາມ ຫຼື ຄວາມຂັດແຍ້ງ ອາດສົ່ງຜົນກະທົບເຮັດໃຫ້:
- ການຜະລິດນໍ້າມັນອາດຫຼຸດລົງ
- ການຂົນສົ່ງອາດຖືກຂັດຂວາງ
- ຕະຫຼາດກັງວົນວ່ານໍ້າມັນຈະຂາດແຄນ
ເຊິ່ງຜົນທີ່ຕາມມາກໍຄື ລາຄານໍ້າມັນໂລກສູງຂຶ້ນຢ່າງວ່ອງໄວ.
3. ກົນໄກການສົ່ງຜົນຂອງລາຄານໍ້າມັນສູງຕໍ່ເງິນເຟີ້
ຂັ້ນຕອນທີ 1: ຖ້າເກີດມີສົງຄາມ
↓
ຈະເກີດຄວາມສ່ຽງການຂາດແຄນນໍ້າມັນ
↓
ຂັ້ນຕອນທີ 2: ລາຄານໍ້າມັນໂລກເພີ່ມສູງຂຶ້ນ
↓
ຂັ້ນຕອນທີ 3: ຕົ້ນທຶນການຜະລິດເພີ່ມຂຶ້ນ
- ຄ່າຂົນສົ່ງ
- ຄ່າໄຟຟ້າ
- ຄ່າຜະລິດ
- ຄ່າວັດຖຸດິບ
↓
ຂັ້ນຕອນທີ 4: ຜູ້ປະກອບການຂຶ້ນລາຄາສິນຄ້າ
↓
ຂັ້ນຕອນທີ 5: ເງິນເຟີ້ເພີ່ມຂຶ້ນ
ນີ້ແມ່ນສິ່ງທີ່ນັກເສດຖະສາດເອີ້ນວ່າ: Cost-Push Inflation (ເງິນເຟີ້ຈາກຕົ້ນທຶນ)
4. Cost-Push Inflation ແລະ Demand-Pull Inflation ຕ່າງກັນແນວໃດ?
Cost-Push Inflation
ເກີດຈາກຕົ້ນທຶນການຜະລິດເພີ່ມຂຶ້ນ
ຕົວຢ່າງ:
- ລາຄານໍ້າມັນສູງ
- ຄ່າແຮງງານສູງ
- ການຂາດແຄນວັດຖຸດິບ
- ສົງຄາມ
Demand-Pull Inflation
ເກີດເມື່ອຄວາມຕ້ອງການຊື້ຂອງຜູ້ບໍລິໂພກເພີ່ມສູງກວ່າການຜະລິດ.
ຕົວຢ່າງ:
- ເສດຖະກິດຂະຫຍາຍຕົວດີ
- ປະຊາຊົນມີລາຍໄດ້ສູງ
- ການໃຊ້ຈ່າຍເພີ່ມຂຶ້ນ
5. ເປັນຫຍັງນໍ້າມັນຈຶ່ງມີຄວາມສໍາຄັນຫຼາຍ?
ນໍ້າມັນເປັນປັດໄຈການຜະລິດທີ່ຢູ່ໃນເກືອບທຸກກິດຈະກໍາໃນລະບົບເສດຖະກິດ.
- ລົດບັນທຸກໃຊ້ນໍ້າມັນ
- ໂຮງງານໃຊ້ໄຟຟ້າ
- ສາຍການບິນໃຊ້ນໍ້າມັນເຊື້ອໄຟ
- ກະສິກໍາໃຊ້ເຄື່ອງຈັກ ແລະ ປຸ໋ຍ
ດັ່ງນັ້ນ ເມື່ອນໍ້າມັນແພງ ຕົ້ນທຶນຂອງທຸກພາກສ່ວນກໍເພີ່ມຂຶ້ນຕາມ.
6. ອັດຕາແລກປ່ຽນກັບເງິນເຟີ້
ສໍາລັບປະເທດທີ່ນໍາເຂົ້າສິນຄ້າຈໍານວນຫຼາຍ ເປັນຕົ້ນ ສປປ ລາວ ອັດຕາແລກປ່ຽນແມ່ນຍັງມີບົດບາດສໍາຄັນ.
ຕົວຢ່າງ:
ສະຖານະການທີ 1
- ລາຄານໍ້າມັນໂລກເພີ່ມ 10%
ສະຖານະການທີ 2
- ເງິນກີບອ່ອນຄ່າອີກ 15%
ຜູ້ນໍາເຂົ້າຈະຈ່າຍຄ່າສິນຄ້າສູງຂຶ້ນສອງຕໍ່ ຄື
- ລາຄາສິນຄ້າໂລກແພງຂຶ້ນ
- ຕ້ອງໃຊ້ເງິນກີບຫຼາຍຂຶ້ນເພື່ອແລກເປັນເງິນໂດລາ
ນີ້ເອີ້ນວ່າ: ການສົ່ງຜ່ານຂອງອັດຕາແລກປ່ຽນ ໄປຫາ ອັດຕາເງິນເຟີ້ ຫຼື Exchange Rate Pass-Through (ERPT)
ເຊິ່ງໝາຍເຖິງ ການທີ່ການອ່ອນຄ່າຂອງເງິນຕານໍາໄປສູ່ການເພີ່ມຂຶ້ນຂອງລາຄາສິນຄ້າພາຍໃນປະເທດ.
7. ບົດຮຽນສໍາລັບ ສປປ ລາວ
ລາວເປັນປະເທດເສດຖະກິດເປີດ ແລະ ເພິ່ງພາການນໍາເຂົ້າຫຼາຍ.
ດັ່ງນັ້ນ, ຖ້າລາຄານໍ້າມັນໂລກເພີ່ມສູງຂຶ້ນ ມັນກໍຈະສົ່ງຜົນເຮັດໃຫ້:
- ລາຄານໍ້າມັນພາຍໃນເພີ່ມຂຶ້ນ
- ຄ່າຂົນສົ່ງສູງຂຶ້ນ
- ຕົ້ນທຶນການຜະລິດສູງຂຶ້ນ
- ລາຄາອາຫານ ແລະ ສິນຄ້າບໍລິໂພກເພີ່ມຂຶ້ນ
ຖ້າເງິນກີບອ່ອນຄ່າພ້ອມກັນ ຜົນກະທົບຕໍ່ເງິນເຟີ້ຈະຍິ່ງຮຸນແຮງຂຶ້ນ.
8. ຂໍ້ຄິດສໍາຄັນ
ສະຫຼຸບໄດ້ວ່າ ເຫດການທາງພູມລັດຖະສາດ ເຊັ່ນ: ສົງຄາມ ບໍ່ໄດ້ສົ່ງຜົນສະເພາະຕໍ່ປະເທດທີ່ກໍາລັງຂັດແຍ້ງກັນເທົ່ານັ້ນ ແຕ່ມັນສາມາດສົ່ງຜົນຕໍ່ລະບົບເສດຖະກິດໂລກຜ່ານການເພີ່ມຂຶ້ນຂອງລາຄາພະລັງງານ ແລະ ຕົ້ນທຶນການຜະລິດ.
ສໍາລັບນັກສຶກສານັກຮຽນຮູ້ ຄວນຈື່ຈໍາວ່າ:
ຖ້າເກີດມີສົງຄາມ → ລາຄານໍ້າມັນສູງ → ຕົ້ນທຶນສູງ → ລາຄາສິນຄ້າສູງ → ເງິນເຟີ້ສູງ
ແລະ ສໍາລັບປະເທດທີ່ນໍາເຂົ້າເປັນຫຼັກ ເປັນຕົ້ນ ສປປ ລາວ ການອ່ອນຄ່າຂອງເງິນກີບຈະເຮັດໃຫ້ເກີດ “ການນໍາເຂົ້າເງິນເຟີ້ (Imported Inflation)” ຍິ່ງຮຸນແຮງຂຶ້ນ.
ດັ່ງນັ້ນ, ການຕິດຕາມສະຖານະການພູມລັດຖະສາດ, ລາຄານໍ້າມັນໂລກ ແລະ ອັດຕາແລກປ່ຽນ ແມ່ນເປັນສິ່ງຈໍາເປັນສໍາລັບນັກເສດຖະສາດ, ນັກວິໄຈ, ນັກຮຽນຮູ້ ແລະ ຜູ້ກໍານົດນະໂຍບາຍ ເພື່ອວາງແຜນຮັບມືກັບຄວາມສ່ຽງທາງເສດຖະກິດໃນອະນາຄົດ.
ແຫຼ່ງຂໍ້ມູນ: www.business-standard.com