ສະຫຼຸບ
ການຄິດ ແມ່ນສິ່ງທີ່ເກີດຂຶ້ນເມື່ອສະໝອງຂອງເຮົາກຳລັງຫຍຸ້ງຢູ່ກັບກິດຈະກຳທີ່ຮູ້ຕົວ. ມັນປຽບຄືກັນກັບການທີ່ສະໝອງກຳລັງເຮັດວຽກບາງຢ່າງທີ່ເຮົາຮັບຮູ້ໄດ້. ບາງຄັ້ງ ເຮົາຄິດເພື່ອແກ້ໄຂບັນຫາ ເຊັ່ນ: ການຊອກຫາຄຳຕອບຂອງເກມຖອດປິດສະໜາ. ໃນບາງຄັ້ງ, ສະໝອງຂອງເຮົາກໍອາດຈະຄິດໄປເລື້ອຍໆ ໂດຍບໍ່ມີເປົ້າໝາຍທີ່ສະເພາະເຈາະຈົງ. ແຕ່ການຄິດບໍ່ແມ່ນວິທີດຽວທີ່ສະໝອງຂອງພວກເຮົາເຮັດວຽກ! ບາງຄັ້ງພວກເຮົາເຮັດບາງຢ່າງໄປຕາມ ສັນຊາດຕະຍານ (instinct) ເຊິ່ງແມ່ນພຶດຕິກຳຕາມທຳມະຊາດ. ນອກຈາກນີ້, ສະໝອງຂອງພວກເຮົາຍັງສາມາດແກ້ໄຂບັນຫາໄດ້ໂດຍທີ່ພວກເຮົາບໍ່ຮູ້ຕົວນຳອີກ ເຊິ່ງເອີ້ນວ່າ: "ຈິດໃຕ້ສຳນຶກທີ່ປັບຕົວໄດ້" (adaptive unconscious). ສັດກໍໃຊ້ສະໝອງຂອງພວກມັນເພື່ອແກ້ໄຂບັນຫາເຊັ່ນກັນ. ເຖິງຢ່າງໃດກໍຕາມ, ພວກເຮົາບໍ່ສາມາດຮູ້ໄດ້ຢ່າງແນ່ນອນວ່າ ພວກມັນມີການຄິດໃນຮູບແບບທີ່ຮູ້ຕົວຄືກັນກັບມະນຸດຫຼືບໍ່. ມີຫຼາຍຂະແໜງວິຊາທີ່ສຶກສາກ່ຽວກັບການຄິດໃນຮູບແບບທີ່ແຕກຕ່າງກັນໄປ ເຊິ່ງລວມມີ: ຈິດຕະວິທະຍາ (psychology) (ສຶກສາການເຮັດວຽກຂອງຈິດໃຈ), ປັດຊະຍາ (philosophy) (ສຶກສາຄຳຖາມໃຫຍ່ໆ ກ່ຽວກັບຊີວິດ ແລະ ຄວາມຮູ້), ຊີວະວິທະຍາ (biology) (ການສຶກສາສິ່ງທີ່ມີຊີວິດ), ສະລີລະວິທະຍາ (physiology) (ການເຮັດວຽກຂອງຮ່າງກາຍ)…
ການຄິດ ແມ່ນສິ່ງທີ່ເກີດຂຶ້ນເມື່ອສະໝອງຂອງເຮົາກຳລັງຫຍຸ້ງຢູ່ກັບກິດຈະກຳທີ່ຮູ້ຕົວ. ມັນປຽບຄືກັນກັບການທີ່ສະໝອງກຳລັງເຮັດວຽກບາງຢ່າງທີ່ເຮົາຮັບຮູ້ໄດ້. ບາງຄັ້ງ ເຮົາຄິດເພື່ອແກ້ໄຂບັນຫາ ເຊັ່ນ: ການຊອກຫາຄຳຕອບຂອງເກມຖອດປິດສະໜາ. ໃນບາງຄັ້ງ, ສະໝອງຂອງເຮົາກໍອາດຈະຄິດໄປເລື້ອຍໆ ໂດຍບໍ່ມີເປົ້າໝາຍທີ່ສະເພາະເຈາະຈົງ.
ແຕ່ການຄິດບໍ່ແມ່ນວິທີດຽວທີ່ສະໝອງຂອງພວກເຮົາເຮັດວຽກ! ບາງຄັ້ງພວກເຮົາເຮັດບາງຢ່າງໄປຕາມ ສັນຊາດຕະຍານ (instinct) ເຊິ່ງແມ່ນພຶດຕິກຳຕາມທຳມະຊາດ. ນອກຈາກນີ້, ສະໝອງຂອງພວກເຮົາຍັງສາມາດແກ້ໄຂບັນຫາໄດ້ໂດຍທີ່ພວກເຮົາບໍ່ຮູ້ຕົວນຳອີກ ເຊິ່ງເອີ້ນວ່າ: “ຈິດໃຕ້ສຳນຶກທີ່ປັບຕົວໄດ້” (adaptive unconscious).
ສັດກໍໃຊ້ສະໝອງຂອງພວກມັນເພື່ອແກ້ໄຂບັນຫາເຊັ່ນກັນ. ເຖິງຢ່າງໃດກໍຕາມ, ພວກເຮົາບໍ່ສາມາດຮູ້ໄດ້ຢ່າງແນ່ນອນວ່າ ພວກມັນມີການຄິດໃນຮູບແບບທີ່ຮູ້ຕົວຄືກັນກັບມະນຸດຫຼືບໍ່. ມີຫຼາຍຂະແໜງວິຊາທີ່ສຶກສາກ່ຽວກັບການຄິດໃນຮູບແບບທີ່ແຕກຕ່າງກັນໄປ ເຊິ່ງລວມມີ: ຈິດຕະວິທະຍາ (psychology) (ສຶກສາການເຮັດວຽກຂອງຈິດໃຈ), ປັດຊະຍາ (philosophy) (ສຶກສາຄຳຖາມໃຫຍ່ໆ ກ່ຽວກັບຊີວິດ ແລະ ຄວາມຮູ້), ຊີວະວິທະຍາ (biology) (ການສຶກສາສິ່ງທີ່ມີຊີວິດ), ສະລີລະວິທະຍາ (physiology) (ການເຮັດວຽກຂອງຮ່າງກາຍ) ແລະ ສັງຄົມວິທະຍາ (ການພົວພັນຂອງຜູ້ຄົນໃນກຸ່ມສັງຄົມ).
ການທຳຄວາມເຂົ້າໃຈກ່ຽວກັບຈິດໃຈ (Understanding the Mind)
ປັດຊະຍາແຫ່ງຈິດ (Philosophy of mind) ແມ່ນສ່ວນໜຶ່ງຂອງວິຊາປັດຊະຍາ (philosophy) ທີ່ສຶກສາກ່ຽວກັບວ່າຈິດໃຈ (mind) ແມ່ນຫຍັງ, ມັນເຮັດວຽກແນວໃດ ແລະ ຄວາມຮູ້ສຶກຕົວ (consciousness) ໝາຍເຖິງຫຍັງ. ຄຳຖາມທີ່ສຳຄັນໃນຂະແໜງນີ້ແມ່ນ ບັນຫາລະຫວ່າງຈິດ ແລະ ຮ່າງກາຍ (mind-body problem) ເຊິ່ງຖາມວ່າ ຈິດໃຈຂອງພວກເຮົາມີການເຊື່ອມຕໍ່ກັບຮ່າງກາຍແນວໃດ ໂດຍສະເພາະແມ່ນກັບສະໝອງ.
ການເຊື່ອມຕໍ່ລະຫວ່າງຈິດ ແລະ ຮ່າງກາຍ (The Mind-Body Connection)
ບັນຫາລະຫວ່າງຈິດ ແລະ ຮ່າງກາຍ ພະຍາຍາມອະທິບາຍວ່າ ຈິດໃຈ ແລະ ຄວາມຄິດຂອງພວກເຮົາມີຄວາມກ່ຽວພັນກັບຮ່າງກາຍແນວໃດ. ນັກປັດຊະຍາຕ້ອງການຢາກຮູ້ວ່າ ຈິດໃຈແມ່ນຫຍັງ ແລະ ມັນສົ່ງຜົນກະທົບຕໍ່ຮ່າງກາຍແນວໃດ, ລວມທັງຮ່າງກາຍສົ່ງຜົນກະທົບຕໍ່ຈິດໃຈແນວໃດນຳອີກ.
ລອງຄິດເບິ່ງວ່າ ເຮົາມີປະສົບການຕໍ່ໂລກແນວໃດ: ເມື່ອເຮົາເຫັນ ຫຼື ໄດ້ຍິນບາງຢ່າງ, ປະສາດສຳຜັດຂອງເຮົາ (senses) ຈະຮັບຂໍ້ມູນມາ. ຂໍ້ມູນນີ້ຈະຖືກສົ່ງໄປຫາສະໝອງ ແລະ ປ່ຽນແປງສະພາວະທາງຈິດຂອງເຮົາ. ຕົວຢ່າງ: ຖ້າເຮົາຈັບຖືກຂອງຮ້ອນ, ເຮົາຈະຮູ້ສຶກເຖິງສິ່ງກະຕຸ້ນທີ່ບໍ່ເພິ່ງປະສົງ.
ຫຼື ລອງນຶກພາບວ່າ ເຮົາຢາກໄດ້ໝວກໃໝ່ຫຼາຍໆ. ຄວາມປາດຖະໜານີ້ໃນຈິດໃຈ ສາມາດເຮັດໃຫ້ຮ່າງກາຍຂອງເຮົາເຄື່ອນໄຫວ. ເຮົາອາດຈະຍ່າງໄປຮ້ານຄ້າ ຫຼື ກົດປຸ່ມສັ່ງຊື້ທາງອອນລາຍເພື່ອໃຫ້ໄດ້ໝວກນັ້ນມາ.
ດັ່ງນັ້ນ, ຄຳຖາມໃຫຍ່ກໍຄື: ປະສົບການທີ່ຮູ້ຕົວ ເຊັ່ນ: ການຮູ້ສຶກມີຄວາມສຸກ ຫຼື ຄວາມຢາກໄດ້ບາງສິ່ງ, ສາມາດເກີດຂຶ້ນມາຈາກສະໝອງທີ່ເປັນວັດຖຸທາງກາຍະພາບໄດ້ແນວໃດ? ສະໝອງຂອງຄົນເຮົາປະກອບດ້ວຍຈຸລັງທີ່ມີຄຸນສົມບັດທາງໄຟຟ້າ ແລະ ເຄມີ. ຄວາມຄິດ ແລະ ຄວາມປາດຖະໜາຂອງເຮົາເຮັດໃຫ້ ນີວຣອນ (neurons) ຫຼື ຈຸລັງສະໝອງເຮັດວຽກ ແລະ ສົ່ງສັນຍານໃຫ້ກ້າມຊີ້ນເຄື່ອນໄຫວໃນຮູບແບບທີ່ຖືກຕ້ອງໄດ້ແນວໃດ? ເຫຼົ່ານີ້ແມ່ນບາງສ່ວນຂອງປິດສະໜາທີ່ນັກຄິດສົງໄສມາເປັນເວລາດົນນານ ຕັ້ງແຕ່ສະໄໝຂອງ ເຣເນ ເດກາດ (René Descartes) ເປັນຕົ້ນມາ.

ຮູບແຕ້ມທີ່ມີຊື່ວ່າ “Girl with a Book” (ເດັກຍິງກັບປຶ້ມ), ຜົນງານຂອງສິລະປິນ ຊູເຊ ເຟີຣາສ ເດ ອານເມດາ ຈູເນຍ (José Ferraz de Almeida Júnior).

ພາບແຕ້ມທີ່ມີຊື່ວ່າ “A Pensive Moment” (ຊ່ວງເວລາແຫ່ງການຄິດໄຕ່ຕອງ), ຜົນງານຂອງສິລະປິນ ຢູຈີນ ເດິ ບລາສ (Eugene de Blaas).

ພາບແຕ້ມທີ່ພັນລະນາເຖິງ ພຣະພິກຂຸໃນນິກາຍເຊັນ Chán patriarch ຊື່ວ່າ ຮຸ່ຍເຄີ (Huike) ກຳລັງນັ່ງຢູ່ໃສ່ໃນຫ້ວງຄວາມຄິດ. ຜົນງານໂດຍຈິດຕະກອນ ຊືເຄີ (Shi Ke), ຈາກສະໄໝຫ້າລາຊະວົງ ແລະ ສິບອານາຈັກ ຈົນຮອດສະໄໝລາຊະວົງຊົ້ງເໜືອ (ປະມານສະຕະວັດທີ 10).

ຮູບປັ້ນ: “The Thinker” ຫຼື “ນັກຄິດ” (Le Penseur) The Thinker by Rodin ຢູ່ທີ່ຫໍພິພິທະພັນໂຣດິນ (Musée Rodin) ໃນນະຄອນປາຣີ. ນີ້ແມ່ນຜົນງານການອອກແບບທີ່ມີຊື່ສຽງທີ່ສຸດຂອງ ອອກຸສ ໂຣດິນ (Auguste Rodin).
ແຫຼ່ງຂໍ້ມູນ: ຈາກເວັບໄຊ https://www.kiddle.co/