ທຸລະກິດ ແລະ ເສດຖະສາດ

ຄວາມເຂົ້າໃຈຜົນກະທົບຂອງສົງຄາມອີຣານຕໍ່ອັດຕາເງິນເຟີ້: ມູມມອງທາງເສດຖະສາດສໍາລັບການຮຽນຮູ້

ແບ່ງປັນ

ສະຫຼຸບ

ອັດຕາເງິນເຟີ້ (Inflation) ແມ່ນຕົວຊີ້ວັດທາງເສດຖະກິດທີ່ສໍາຄັນ ເພາະມີຜົນກະທົບໂດຍກົງຕໍ່ຄ່າຄອງຊີບຂອງປະຊາຊົນ ການດໍາເນີນທຸລະກິດ ແລະ ການກໍານົດນະໂຍບາຍຂອງທະນາຄານກາງ. ໃນເດືອນພຶດສະພາ 2026 ອັດຕາເງິນເຟີ້ຂອງສະຫະລັດໄດ້ເພີ່ມຂຶ້ນເປັນ 4.2% ຕໍ່ປີ ໂດຍສາເຫດຫຼັກມາຈາກການເພີ່ມສູງຂຶ້້ນຂອງລາຄາພະລັງງານ ອັນເນື່ອງມາຈາກຄວາມຂັດແຍ້ງທາງທະຫານໃນຕາເວັນອອກກາງ. ແຫຼ່ງຂໍ້ມູນ: www.nytimes.com ບົດຄວາມນີ້ຈະອະທິບາຍແບບຫຍໍ້ ເຂົ້າໃຈງ່າຍ ກ່ຽວກັບ ກົນໄກທີ່ເຫດການທາງພູມລັດຖະສາດສາມາດສົ່ງຜົນຕໍ່ອັດຕາເງິນເຟີ້ ແລະ ວິເຄາະຜົນກະທົບຕໍ່ປະເທດທີ່ເພິ່ງພາການນໍາເຂົ້າ ເປັນຕົ້ນ ສປປ ລາວ. 1. ເງິນເຟີ້ແມ່ນຫຍັງ? ເງິນເຟີ້ (Inflation) ແມ່ນການເພີ່ມຂຶ້ນຢ່າງຕໍ່ເນື່ອງຂອງລະດັບລາຄາສິນຄ້າ ແລະ ບໍລິການໂດຍລວມ. ຖ້າລາຄາສິນຄ້າສ່ວນໃຫຍ່ເພີ່ມຂຶ້ນ ຜູ້ບໍລິໂພກຈະຊື້ສິນຄ້າໄດ້ໜ້ອຍລົງດ້ວຍຈໍານວນເງິນເທົ່າເດີມ ຫຼື ເອີ້ນວ່າ "ອໍານາດການຊື້ (Purchasing Power) ຫຼຸດລົງ". ຕົວຢ່າງ: ປີ…

ອັດຕາເງິນເຟີ້ (Inflation) ແມ່ນຕົວຊີ້ວັດທາງເສດຖະກິດທີ່ສໍາຄັນ ເພາະມີຜົນກະທົບໂດຍກົງຕໍ່ຄ່າຄອງຊີບຂອງປະຊາຊົນ ການດໍາເນີນທຸລະກິດ ແລະ ການກໍານົດນະໂຍບາຍຂອງທະນາຄານກາງ. ໃນເດືອນພຶດສະພາ 2026 ອັດຕາເງິນເຟີ້ຂອງສະຫະລັດໄດ້ເພີ່ມຂຶ້ນເປັນ 4.2% ຕໍ່ປີ ໂດຍສາເຫດຫຼັກມາຈາກການເພີ່ມສູງຂຶ້້ນຂອງລາຄາພະລັງງານ ອັນເນື່ອງມາຈາກຄວາມຂັດແຍ້ງທາງທະຫານໃນຕາເວັນອອກກາງ.

ແຫຼ່ງຂໍ້ມູນ: www.nytimes.com

ບົດຄວາມນີ້ຈະອະທິບາຍແບບຫຍໍ້ ເຂົ້າໃຈງ່າຍ ກ່ຽວກັບ ກົນໄກທີ່ເຫດການທາງພູມລັດຖະສາດສາມາດສົ່ງຜົນຕໍ່ອັດຕາເງິນເຟີ້ ແລະ ວິເຄາະຜົນກະທົບຕໍ່ປະເທດທີ່ເພິ່ງພາການນໍາເຂົ້າ ເປັນຕົ້ນ ສປປ ລາວ.

1. ເງິນເຟີ້ແມ່ນຫຍັງ?

ເງິນເຟີ້ (Inflation) ແມ່ນການເພີ່ມຂຶ້ນຢ່າງຕໍ່ເນື່ອງຂອງລະດັບລາຄາສິນຄ້າ ແລະ ບໍລິການໂດຍລວມ.

ຖ້າລາຄາສິນຄ້າສ່ວນໃຫຍ່ເພີ່ມຂຶ້ນ ຜູ້ບໍລິໂພກຈະຊື້ສິນຄ້າໄດ້ໜ້ອຍລົງດ້ວຍຈໍານວນເງິນເທົ່າເດີມ ຫຼື ເອີ້ນວ່າ “ອໍານາດການຊື້ (Purchasing Power) ຫຼຸດລົງ”.

ຕົວຢ່າງ:

  • ປີ 2025 ເຂົ້າສານ 1 ສອບ ລາຄາ 300,000 ກີບ
  • ປີ 2026 ເຂົ້າສານສອບດຽວກັນ ລາຄາເພີ່ມຂຶ້ນເປັນ 330,000 ກີບ

ນີ້ໝາຍຄວາມວ່າ ເກີດເງິນເຟີ້ ເພາະລາຄາສິນຄ້າເພີ່ມຂຶ້ນ.

2. ເປັນຫຍັງສົງຄາມຢູ່ອີຣານຈຶ່ງກະທົບຕໍ່ເງິນເຟີ້ໂລກ?

ອີຣານເປັນໜຶ່ງໃນປະເທດທີ່ຜະລິດນໍ້າມັນລາຍໃຫຍ່ຂອງໂລກ.

ເມື່ອເກີດສົງຄາມ ຫຼື ຄວາມຂັດແຍ້ງ ອາດສົ່ງຜົນກະທົບເຮັດໃຫ້:

  • ການຜະລິດນໍ້າມັນອາດຫຼຸດລົງ
  • ການຂົນສົ່ງອາດຖືກຂັດຂວາງ
  • ຕະຫຼາດກັງວົນວ່ານໍ້າມັນຈະຂາດແຄນ

ເຊິ່ງຜົນທີ່ຕາມມາກໍຄື ລາຄານໍ້າມັນໂລກສູງຂຶ້ນຢ່າງວ່ອງໄວ.

3. ກົນໄກການສົ່ງຜົນຂອງລາຄານໍ້າມັນສູງຕໍ່ເງິນເຟີ້

ຂັ້ນຕອນທີ 1: ຖ້າເກີດມີສົງຄາມ

ຈະເກີດຄວາມສ່ຽງການຂາດແຄນນໍ້າມັນ

ຂັ້ນຕອນທີ 2: ລາຄານໍ້າມັນໂລກເພີ່ມສູງຂຶ້ນ

ຂັ້ນຕອນທີ 3: ຕົ້ນທຶນການຜະລິດເພີ່ມຂຶ້ນ

  • ຄ່າຂົນສົ່ງ
  • ຄ່າໄຟຟ້າ
  • ຄ່າຜະລິດ
  • ຄ່າວັດຖຸດິບ

ຂັ້ນຕອນທີ 4: ຜູ້ປະກອບການຂຶ້ນລາຄາສິນຄ້າ

ຂັ້ນຕອນທີ 5: ເງິນເຟີ້ເພີ່ມຂຶ້ນ

ນີ້ແມ່ນສິ່ງທີ່ນັກເສດຖະສາດເອີ້ນວ່າ: Cost-Push Inflation (ເງິນເຟີ້ຈາກຕົ້ນທຶນ)

4. Cost-Push Inflation ແລະ Demand-Pull Inflation ຕ່າງກັນແນວໃດ?

Cost-Push Inflation

ເກີດຈາກຕົ້ນທຶນການຜະລິດເພີ່ມຂຶ້ນ

ຕົວຢ່າງ:

  • ລາຄານໍ້າມັນສູງ
  • ຄ່າແຮງງານສູງ
  • ການຂາດແຄນວັດຖຸດິບ
  • ສົງຄາມ

Demand-Pull Inflation

ເກີດເມື່ອຄວາມຕ້ອງການຊື້ຂອງຜູ້ບໍລິໂພກເພີ່ມສູງກວ່າການຜະລິດ.

ຕົວຢ່າງ:

  • ເສດຖະກິດຂະຫຍາຍຕົວດີ
  • ປະຊາຊົນມີລາຍໄດ້ສູງ
  • ການໃຊ້ຈ່າຍເພີ່ມຂຶ້ນ

5. ເປັນຫຍັງນໍ້າມັນຈຶ່ງມີຄວາມສໍາຄັນຫຼາຍ?

ນໍ້າມັນເປັນປັດໄຈການຜະລິດທີ່ຢູ່ໃນເກືອບທຸກກິດຈະກໍາໃນລະບົບເສດຖະກິດ.

  • ລົດບັນທຸກໃຊ້ນໍ້າມັນ
  • ໂຮງງານໃຊ້ໄຟຟ້າ
  • ສາຍການບິນໃຊ້ນໍ້າມັນເຊື້ອໄຟ
  • ກະສິກໍາໃຊ້ເຄື່ອງຈັກ ແລະ ປຸ໋ຍ

ດັ່ງນັ້ນ ເມື່ອນໍ້າມັນແພງ ຕົ້ນທຶນຂອງທຸກພາກສ່ວນກໍເພີ່ມຂຶ້ນຕາມ.

6. ອັດຕາແລກປ່ຽນກັບເງິນເຟີ້

ສໍາລັບປະເທດທີ່ນໍາເຂົ້າສິນຄ້າຈໍານວນຫຼາຍ ເປັນຕົ້ນ ສປປ ລາວ ອັດຕາແລກປ່ຽນແມ່ນຍັງມີບົດບາດສໍາຄັນ.

ຕົວຢ່າງ:

ສະຖານະການທີ 1

  • ລາຄານໍ້າມັນໂລກເພີ່ມ 10%

ສະຖານະການທີ 2

  • ເງິນກີບອ່ອນຄ່າອີກ 15%

ຜູ້ນໍາເຂົ້າຈະຈ່າຍຄ່າສິນຄ້າສູງຂຶ້ນສອງຕໍ່ ຄື

  1. ລາຄາສິນຄ້າໂລກແພງຂຶ້ນ
  2. ຕ້ອງໃຊ້ເງິນກີບຫຼາຍຂຶ້ນເພື່ອແລກເປັນເງິນໂດລາ

ນີ້ເອີ້ນວ່າ: ການສົ່ງຜ່ານຂອງອັດຕາແລກປ່ຽນ ໄປຫາ ອັດຕາເງິນເຟີ້ ຫຼື Exchange Rate Pass-Through (ERPT)

ເຊິ່ງໝາຍເຖິງ ການທີ່ການອ່ອນຄ່າຂອງເງິນຕານໍາໄປສູ່ການເພີ່ມຂຶ້ນຂອງລາຄາສິນຄ້າພາຍໃນປະເທດ.

7. ບົດຮຽນສໍາລັບ ສປປ ລາວ

ລາວເປັນປະເທດເສດຖະກິດເປີດ ແລະ ເພິ່ງພາການນໍາເຂົ້າຫຼາຍ.

ດັ່ງນັ້ນ, ຖ້າລາຄານໍ້າມັນໂລກເພີ່ມສູງຂຶ້ນ ມັນກໍຈະສົ່ງຜົນເຮັດໃຫ້:

  • ລາຄານໍ້າມັນພາຍໃນເພີ່ມຂຶ້ນ
  • ຄ່າຂົນສົ່ງສູງຂຶ້ນ
  • ຕົ້ນທຶນການຜະລິດສູງຂຶ້ນ
  • ລາຄາອາຫານ ແລະ ສິນຄ້າບໍລິໂພກເພີ່ມຂຶ້ນ

ຖ້າເງິນກີບອ່ອນຄ່າພ້ອມກັນ ຜົນກະທົບຕໍ່ເງິນເຟີ້ຈະຍິ່ງຮຸນແຮງຂຶ້ນ.

8. ຂໍ້ຄິດສໍາຄັນ

ສະຫຼຸບໄດ້ວ່າ ເຫດການທາງພູມລັດຖະສາດ ເຊັ່ນ: ສົງຄາມ ບໍ່ໄດ້ສົ່ງຜົນສະເພາະຕໍ່ປະເທດທີ່ກໍາລັງຂັດແຍ້ງກັນເທົ່ານັ້ນ ແຕ່ມັນສາມາດສົ່ງຜົນຕໍ່ລະບົບເສດຖະກິດໂລກຜ່ານການເພີ່ມຂຶ້ນຂອງລາຄາພະລັງງານ ແລະ ຕົ້ນທຶນການຜະລິດ.

ສໍາລັບນັກສຶກສານັກຮຽນຮູ້ ຄວນຈື່ຈໍາວ່າ:

ຖ້າເກີດມີສົງຄາມ → ລາຄານໍ້າມັນສູງ → ຕົ້ນທຶນສູງ → ລາຄາສິນຄ້າສູງ → ເງິນເຟີ້ສູງ

ແລະ ສໍາລັບປະເທດທີ່ນໍາເຂົ້າເປັນຫຼັກ ເປັນຕົ້ນ ສປປ ລາວ ການອ່ອນຄ່າຂອງເງິນກີບຈະເຮັດໃຫ້ເກີດ “ການນໍາເຂົ້າເງິນເຟີ້ (Imported Inflation)” ຍິ່ງຮຸນແຮງຂຶ້ນ.

ດັ່ງນັ້ນ, ການຕິດຕາມສະຖານະການພູມລັດຖະສາດ, ລາຄານໍ້າມັນໂລກ ແລະ ອັດຕາແລກປ່ຽນ ແມ່ນເປັນສິ່ງຈໍາເປັນສໍາລັບນັກເສດຖະສາດ, ນັກວິໄຈ, ນັກຮຽນຮູ້ ແລະ ຜູ້ກໍານົດນະໂຍບາຍ ເພື່ອວາງແຜນຮັບມືກັບຄວາມສ່ຽງທາງເສດຖະກິດໃນອະນາຄົດ.

ແຫຼ່ງຂໍ້ມູນ: www.business-standard.com