ສິລະປະ ແລະ ການພັກຜ່ອນ

ໂທລະພາບ (Television) ແມ່ນຫຍັງ?

ແບ່ງປັນ

ສະຫຼຸບ

ໂທລະພາບ (ມັກເອີ້ນວ່າ ທີວີ) ແມ່ນວິທີທີ່ນິຍົມໃຊ້ໃນການສົ່ງ ແລະ ຮັບພາບເຄື່ອນໄຫວພ້ອມສຽງ. ຄຳນີ້ອາດໝາຍເຖິງເທັກໂນໂລຢີທີ່ໃຊ້ສົ່ງສັນຍານ, ລາຍການທີ່ເຮົາເບິ່ງ ຫຼື ຕົວເຄື່ອງທີ່ຕັ້ງຢູ່ໃນບ້ານກໍໄດ້. ໂທລະພາບເປັນ ສື່ມວນຊົນ (mass media) ປະເພດໜຶ່ງ ຄືສາມາດເຂົ້າເຖິງຜູ້ຊົມໄດ້ເປັນຈຳນວນຫຼວງຫຼາຍ. ເຮົາໃຊ້ມັນເພື່ອຄວາມບັນເທີງ, ຕິດຕາມຂ່າວສານ, ເບິ່ງກິລາ ແລະ ຮຽນຮູ້. ຮູບ: ໂທລະພາບຈໍແບນ (flat-screen television) ທີ່ວາງສະແດງຂາຍຢູ່ໃນຮ້ານຂາຍເຄື່ອງໃຊ້ໄຟຟ້າ. (Flat-screen television receivers on display for sale at a consumer electronics store). ໃນຍຸກທຳອິດ ໂທລະພາບຍັງຢູ່ໃນຂັ້ນທົດລອງ ແລະ ໃຊ້ຊິ້ນສ່ວນກົນຈັກ.…

ໂທລະພາບ (ມັກເອີ້ນວ່າ ທີວີ) ແມ່ນວິທີທີ່ນິຍົມໃຊ້ໃນການສົ່ງ ແລະ ຮັບພາບເຄື່ອນໄຫວພ້ອມສຽງ. ຄຳນີ້ອາດໝາຍເຖິງເທັກໂນໂລຢີທີ່ໃຊ້ສົ່ງສັນຍານ, ລາຍການທີ່ເຮົາເບິ່ງ ຫຼື ຕົວເຄື່ອງທີ່ຕັ້ງຢູ່ໃນບ້ານກໍໄດ້. ໂທລະພາບເປັນ ສື່ມວນຊົນ (mass media) ປະເພດໜຶ່ງ ຄືສາມາດເຂົ້າເຖິງຜູ້ຊົມໄດ້ເປັນຈຳນວນຫຼວງຫຼາຍ. ເຮົາໃຊ້ມັນເພື່ອຄວາມບັນເທີງ, ຕິດຕາມຂ່າວສານ, ເບິ່ງກິລາ ແລະ ຮຽນຮູ້.

ຮູບ: ໂທລະພາບຈໍແບນ (flat-screen television) ທີ່ວາງສະແດງຂາຍຢູ່ໃນຮ້ານຂາຍເຄື່ອງໃຊ້ໄຟຟ້າ. (Flat-screen television receivers on display for sale at a consumer electronics store).

ໃນຍຸກທຳອິດ ໂທລະພາບຍັງຢູ່ໃນຂັ້ນທົດລອງ ແລະ ໃຊ້ຊິ້ນສ່ວນກົນຈັກ. ຈົນຮອດທ້າຍຊຸມປີ 1920 ຈຶ່ງມີການພັດທະນາໂທລະພາບລະບົບອີເລັກໂຕຣນິກຂຶ້ນ. ຫຼັງສົງຄາມໂລກຄັ້ງທີ 2 ໂທລະພາບພາບຂາວ-ດຳກໍແຜ່ຫຼາຍໃນສະຫະລັດອາເມຣິກາ ແລະ ສະຫະລາຊະອານາຈັກ. ມາຮອດຊຸມປີ 1950 ໂທລະພາບກາຍເປັນເຄື່ອງມືສຳຄັນທີ່ມີອິດທິພົນຕໍ່ ຄວາມຄິດເຫັນຂອງສາທາລະນະຊົນ (public opinion) ແລະ ເມື່ອເຂົ້າຊຸມປີ 1960 ໂທລະພາບພາບສີກໍກາຍເປັນເລື່ອງທຳມະດາ.

ເທັກໂນໂລຢີໄດ້ປ່ຽນວິທີເບິ່ງໂທລະພາບຂອງເຮົາໄປຫຼາຍ. ແຕ່ກ່ອນ ຜູ້ຄົນໃຊ້ວິດີໂອເທບ ເຊັ່ນ VHS ແລະ DVD ເພື່ອເບິ່ງຮູບເງົາຢູ່ເຮືອນ. ທຸກມື້ນີ້ ເຮົາຫັນມາໃຊ້ຄລາວດ໌ຄອມພິວຕິງ (cloud computing) ແລະ ບໍລິການສະຕຣີມມິງ ເຊັ່ນ Netflix, Disney+ ແລະ YouTube. ນັບແຕ່ຕົ້ນຊຸມປີ 2010 ເປັນຕົ້ນມາ ສະມາດທີວີ (Smart TV) ຊ່ວຍໃຫ້ເຮົາເຊື່ອມຕໍ່ອິນເຕີເນັດໄດ້ໂດຍກົງ ແລະ ສະຕຣີມລາຍການ ຫຼື ຮູບເງົາທີ່ມັກໄດ້ທັນທີ.

ຕົ້ນກຳເນີດຂອງຄຳສັບ (Etymology)

ຄຳວ່າ “ໂທລະພາບ” (television) ປະກອບມາຈາກສອງພາສາ. ຄຳວ່າ tele ໃນພາສາກຣີກແປວ່າ “ໄກ” ສ່ວນ visio ໃນພາສາລາຕິນແປວ່າ “ການເຫັນ”. ສະນັ້ນ television ຖ້າແປຕາມຕົວກໍແມ່ນ “ການເຫັນສິ່ງທີ່ຢູ່ໄກ”. ຄຳນີ້ຖືກໃຊ້ເປັນຄັ້ງທຳອິດໃນປີ 1900 ໂດຍນັກວິທະຍາສາດຊາວຣັດເຊຍຊື່ ຄອນສະຕັນຕິນ ເປີສກີ (Constantin Perskyi) ໃນງານໃຫຍ່ທີ່ປາຣີ ທີ່ເອີ້ນວ່າ ງານມະຫາກຳໂລກສາກົນ (International World Fair).

ຜູ້ຄົນມັກເອີ້ນໂທລະພາບດ້ວຍຊື່ສັ້ນໆ. ຄຳຫຍໍ້ “TV” (ທີວີ) ໃຊ້ກັນມາຕັ້ງແຕ່ປີ 1948. ໃນສະຫະລາຊະອານາຈັກ ຄົນມັກເອີ້ນວ່າ “ເທັລລີ” (telly). ສ່ວນຄຳແສລງເກົ່າແກ່ຢ່າງ “the tube” (ຫຼອດ) ມາຈາກຫຼອດແກ້ວທີ່ໃຊ້ຢູ່ໃນໂທລະພາບລຸ້ນເກົ່າ.

ປະຫວັດສາດຂອງໂທລະພາບ (History of television)

ໂທລະພາບແບບກົນຈັກ (Mechanical television)

ຮູບ: ແຜ່ນດິສຂອງນິບໂກ (Nipkow disk). ຮູທີ່ເຈາະຢູ່ເທິງແຜ່ນດິສທີ່ກຳລັງໝູນ ຈະສະແກນພາບໄປເທື່ອລະແຖວ. (The Nipkow disk. The holes in the spinning disk scanned the image line by line).

ກ່ອນຈະມີໂທລະພາບອີເລັກໂຕຣນິກສະໄໝໃໝ່ ບັນດານັກປະດິດໄດ້ສ້າງໂທລະພາບແບບກົນຈັກຂຶ້ນມາກ່ອນ. ໃນປີ 1884 ນັກສຶກສາຊາວເຢຍລະມັນຊື່ ພອນ ນິບໂກ (Paul Nipkow) ໄດ້ປະດິດ ແຜ່ນດິສຂອງນິບໂກ (Nipkow disk) ເຊິ່ງເປັນແຜ່ນກົມທີ່ເຈາະຮູໄລ່ເປັນເກັດວຽນ. ເມື່ອແຜ່ນດິສໝູນໄປ ມັນກໍສະແກນພາບໄປເທື່ອລະແຖວ.

ມາຮອດຊຸມປີ 1920 ນັກປະດິດຊາວສະກັອດຊື່ ຈອນ ໂລກີ ແບຣ໌ດ (John Logie Baird) ໄດ້ນຳແຜ່ນດິສນີ້ໄປສ້າງເປັນລະບົບໂທລະພາບທີ່ໃຊ້ງານໄດ້ຈິງ. ວັນທີ 25 ມີນາ 1925 ແບຣ໌ດສາທິດພາບເງົາທີ່ເຄື່ອນໄຫວໄດ້ເປັນຄັ້ງທຳອິດ ຢູ່ຮ້ານຄ້າແຫ່ງໜຶ່ງໃນລອນດອນ. ຕໍ່ມາໃນປີ 1926 ລາວກໍສາທິດການສົ່ງພາບໃບໜ້າທີ່ເຄື່ອນໄຫວເປັນຄັ້ງທຳອິດ. ລະບົບຂອງລາວມີຄວາມລະອຽດພຽງ 30 ແຖວ ພາບຈຶ່ງເບິ່ງມົວໜ້ອຍໜຶ່ງ ແຕ່ກໍຖືເປັນບາດກ້າວສຳຄັນຄັ້ງໃຫຍ່.

ໂທລະພາບອີເລັກໂຕຣນິກ (Electronic Television) Video camera tube

ຮູບ: ເຟີດີນັນ ບຣາວ໌ນ (Ferdinand Braun) ຜູ້ປະດິດເທັກໂນໂລຢີ CRT ໃນຍຸກຕົ້ນ. (Ferdinand Braun, inventor of the early CRT technology).

ໃນທີ່ສຸດ ລະບົບກົນຈັກກໍຖືກລະບົບອີເລັກໂຕຣນິກເຂົ້າມາແທນທີ່. ເທັກໂນໂລຢີນີ້ຕັ້ງຢູ່ເທິງຫຼອດລັງສີຄາໂທດ (cathode-ray tube ຫຼື CRT) ທີ່ເຟີດີນັນ ບຣາວ໌ນປະດິດຂຶ້ນໃນປີ 1897. CRT ເປັນຫຼອດແກ້ວທີ່ສາມາດສະແດງພາບໄດ້ດ້ວຍລຳແສງອີເລັກຕຣອນ.

ມີນັກປະດິດສຳຄັນສອງຄົນທີ່ມີສ່ວນຊ່ວຍໃຫ້ເກີດໂທລະພາບອີເລັກໂຕຣນິກ:

  • ຟີໂລ ຟານສເວີດ (Philo Farnsworth:): ນັກປະດິດຊາວອາເມຣິກັນ ຜູ້ສາທິດລະບົບໂທລະພາບອີເລັກໂຕຣນິກເຕັມຮູບແບບເປັນຄັ້ງທຳອິດໃນປີ 1927. ພາບທຳອິດທີ່ລາວສົ່ງມີພຽງເສັ້ນຊື່ເສັ້ນດຽວເທົ່ານັ້ນ.
  • ວລາດີເມຍ ຊວໍຣີກິນ (Vladimir Zworykin): ນັກປະດິດເຊື້ອສາຍຣັດເຊຍ-ອາເມຣິກັນ ຜູ້ພັດທະນາ ໄອໂກໂນສະໂຄບ (iconoscope) ເຊິ່ງເປັນຫຼອດກ້ອງຊະນິດໜຶ່ງ ໃຫ້ແກ່ບໍລິສັດ RCA.

ໂທລະພາບອີເລັກໂຕຣນິກດີກວ່າແບບກົນຈັກຫຼາຍ ເພາະບໍ່ມີຊິ້ນສ່ວນເຄື່ອນໄຫວ ແລະ ໃຫ້ພາບທີ່ຄົມຊັດກວ່າ. ພໍຮອດທ້າຍຊຸມປີ 1930 ການອອກອາກາດແບບອີເລັກໂຕຣນິກກໍເລີ່ມຂຶ້ນໃນຫຼາຍປະເທດ ເຊັ່ນ ສະຫະລາຊະອານາຈັກ, ເຢຍລະມັນ ແລະ ສະຫະລັດອາເມຣິກາ. ການແຂ່ງຂັນກິລາໂອລິມປິກລະດູຮ້ອນປີ 1936 ທີ່ເບີລິນ ຖືກຖ່າຍທອດສົດໄປຍັງສະຖານທີ່ສາທາລະນະຕ່າງໆ ເຊິ່ງຖືເປັນເຫດການສຳຄັນຂອງໂທລະພາບໃນຍຸກເລີ່ມຕົ້ນ.

ໂທລະພາບສີ (Color television)

ຮູບ: ໂທລະພາບຈໍແບນສະໄໝໃໝ່ ທີ່ສະແດງສີໄດ້ຫຼາຍລ້ານສີ.

ໂທລະພາບໃນຍຸກທຳອິດມີແຕ່ພາບຂາວ-ດຳ ແລະ ນັກປະດິດກໍຢາກໃສ່ສີເຂົ້າໄປເກືອບທັນທີ. ຈອນ ໂລກີ ແບຣ໌ດ (John Logie Baird) ສາທິດການສົ່ງພາບສີເປັນຄັ້ງທຳອິດໃນປີ 1928. ແຕ່ກວ່າຈະສ້າງລະບົບທີ່ໃຊ້ໄດ້ດີສຳລັບທຸກຄົນ ກໍຕ້ອງໃຊ້ເວລາອີກຫຼາຍປີ.

ໃນສະຫະລັດອາເມຣິກາ ລະບົບໂທລະພາບສີໄດ້ຮັບອະນຸມັດໃນຕົ້ນຊຸມປີ 1950 ແລະ ມີການອອກອາກາດພາບສີທົ່ວປະເທດເປັນຄັ້ງທຳອິດໃນປີ 1954. ແຕ່ເຄື່ອງໂທລະພາບສີມີລາຄາແພງຫຼາຍ ຄົນສ່ວນໃຫຍ່ຈຶ່ງຍັງເບິ່ງພາບຂາວ-ດຳຕໍ່ໄປອີກດົນ. ຈົນຮອດກາງຊຸມປີ 1960 ຕໍ່ເນື່ອງເຖິງຕົ້ນຊຸມປີ 1970 ໂທລະພາບສີຈຶ່ງແຜ່ຫຼາຍຕາມບ້ານເຮືອນ.

ໂທລະພາບດິຈິຕອນ ແລະ ສະມາດທີວີ (Digital television and Smart Television)

ໃນທ້າຍຊຸມປີ 1990 ແລະ ຊຸມປີ 2000 ເທັກໂນໂລຢີໂທລະພາບໄດ້ປ່ຽນຈາກສັນຍານ ອະນາລັອກ (analog) ມາເປັນສັນຍານ ດິຈິຕອນ (digital). ໂທລະພາບດິຈິຕອນ (DTV) ໃຫ້ພາບຊັດກວ່າ ແລະ ສຽງດີກວ່າ ທັງຍັງຊ່ວຍໃຫ້ສະຖານີສົ່ງຂໍ້ມູນໄດ້ຫຼາຍຂຶ້ນ ຈົນເກີດເປັນໂທລະພາບຄວາມຄົມຊັດສູງ (High-Definition TV ຫຼື HDTV).

ຫຼັງຍຸກປະຕິວັດດິຈິຕອນ ສະມາດທີວີ (Smart TV) ກໍເປັນທີ່ນິຍົມຂຶ້ນມາ. ໂທລະພາບປະເພດນີ້ມີຄອມພິວເຕີຢູ່ໃນຕົວ ແລະ ເຊື່ອມຕໍ່ອິນເຕີເນັດໄດ້ ຜູ້ໃຊ້ຈຶ່ງໃຊ້ແອັບ, ທ່ອງເວັບ ແລະ ສະຕຣີມວິດີໂອໄດ້ໂດຍບໍ່ຕ້ອງມີກ່ອງແຍກຕ່າງຫາກ. ພໍຮອດທ້າຍຊຸມປີ 2010 ໂທລະພາບທີ່ຂາຍໃໝ່ສ່ວນໃຫຍ່ກໍເປັນສະມາດທີວີ.

ໂທລະພາບເຮັດວຽກແນວໃດ (How Television Works)

ສັນຍານໂທລະພາບສາມາດສົ່ງມາຮອດບ້ານຂອງເຮົາໄດ້ຫຼາຍທາງ.

ໂທລະພາບພາກພື້ນດິນ (Terrestrial television)

ຮູບ: ເສົາອາກາດ UHF ສະໄໝໃໝ່ ທີ່ໃຊ້ຮັບສັນຍານອອກອາກາດຜ່ານທາງອາກາດ.

ນີ້ຄືວິທີຮັບຊົມໂທລະພາບແບບດັ້ງເດີມ. ສະຖານີອອກອາກາດຈະສົ່ງຄື້ນວິທະຍຸຜ່ານທ້ອງຟ້າຈາກຫໍສູງ. ຖ້າຢາກເບິ່ງຊ່ອງເຫຼົ່ານີ້ ເຮົາຕ້ອງມີເສົາອາກາດ (ບາງເທື່ອເອີ້ນວ່າ “ຫູກະຕ່າຍ” ຫຼື ເສົາຕິດຫຼັງຄາ) ຕໍ່ເຂົ້າກັບໂທລະພາບ. ບໍລິການແບບນີ້ສ່ວນຫຼາຍບໍ່ເສຍຄ່າ ຈຶ່ງເອີ້ນວ່າ “free-to-air” (ຮັບຊົມຟຣີ).

ໂທລະພາບເຄເບິນ (Cable television)

ຮູບ: ສາຍໂຄແອັກຊຽວ (Coaxial cable) ທີ່ໃຊ້ເຊື່ອມຕໍ່ໂທລະພາບເຄເບິນ.

ໂທລະພາບເຄເບິນສົ່ງສັນຍານຜ່ານ ສາຍເຄເບິນ (cables) ທີ່ຝັງໃຕ້ດິນ ຫຼື ພາດໄປຕາມເສົາໄຟຟ້າ ເຂົ້າເຖິງບ້ານໂດຍກົງ. ລະບົບນີ້ເລີ່ມມີຂຶ້ນໃນຊຸມປີ 1940 ເພື່ອຊ່ວຍໃຫ້ຄົນທີ່ຢູ່ເຂດພູ ຫຼື ເຂດຫ່າງໄກຮັບສັນຍານໄດ້ດີຂຶ້ນ. ຕໍ່ມາ ບໍລິສັດເຄເບິນກໍເລີ່ມໃຫ້ບໍລິການຫຼາຍຮ້ອຍຊ່ອງ ໂດຍເກັບຄ່າບໍລິການເປັນລາຍເດືອນ.

ໂທລະພາບດາວທຽມ (Satellite television)

ຮູບ: ຈານດາວທຽມທີ່ຕິດຕັ້ງຢູ່ເທິງຕຶກອາພາດເມັນ.

ໂທລະພາບອິນເຕີເນັດ (Internet Television) ຫຼື (Streaming television)

ໂທລະພາບອິນເຕີເນັດ ຫຼື ສະຕຣີມມິງ (streaming) ຄືການສົ່ງວິດີໂອຜ່ານອິນເຕີເນັດ. ບໍລິການຢ່າງ Netflix, Hulu, Amazon Prime Video ແລະ YouTube ຊ່ວຍໃຫ້ເຮົາເບິ່ງສິ່ງທີ່ຢາກເບິ່ງ ໃນເວລາທີ່ສະດວກ ເຊິ່ງມັກເອີ້ນວ່າ “ວິດີໂອຕາມຄວາມຕ້ອງການ” (Video on Demand). ນັບແຕ່ຊຸມປີ 2010 ເປັນຕົ້ນມາ ຄົນຈຳນວນຫຼາຍກາຍເປັນ “ຄົນຕັດສາຍ” (cord cutters) ຄືຍົກເລີກການສະໝັກເຄເບິນ ແລ້ວຫັນໄປໃຊ້ບໍລິການສະຕຣີມມິງແທນ.

ເຄື່ອງຮັບໂທລະພາບ (Television set)

ຮູບ: ເຄື່ອງຮັບໂທລະພາບ RCA ລຸ້ນເກົ່າ ປີ 1946.

ເຄື່ອງຮັບໂທລະພາບ (television set ຫຼື TV receiver) ຄືອຸປະກອນທີ່ເຮົາໃຊ້ເບິ່ງລາຍການ. ມັນມີຕົວຈູນສັນຍານ (tuner) ໄວ້ຮັບສັນຍານ, ມີຈໍສຳລັບສະແດງພາບ ແລະ ມີລຳໂພງໃຫ້ສຽງ.

ເທັກໂນໂລຢີຈໍສະແດງຜົນ (Display Technologies)

ຕະຫຼອດຫຼາຍປີທີ່ຜ່ານມາ ຈໍໂທລະພາບປ່ຽນແປງໄປຫຼາຍ.

CRT (Cathode-ray tube))

ຮູບ: ພາຍໃນໂທລະພາບ CRT ລຸ້ນເກົ່າ.

ຢູ່ຍຸກໜຶ່ງ ໂທລະພາບມີຮູບຮ່າງໃຫຍ່, ໜັກ ແລະ ເປັນກ່ອງ. ມັນໃຊ້ຫຼອດແກ້ວຂະໜາດໃຫຍ່ທີ່ເອີ້ນວ່າ ຫຼອດລັງສີຄາໂທດ (cathode-ray tube). ພາຍໃນມີປືນອີເລັກຕຣອນຍິງລຳແສງໃສ່ດ້ານໜ້າຂອງຈໍ ເຊິ່ງເຄືອບດ້ວຍສານເຄມີພິເສດທີ່ສ່ອງແສງຂຶ້ນເປັນພາບ. ທຸກມື້ນີ້ ໂທລະພາບແບບນີ້ແທບບໍ່ມີການຜະລິດແລ້ວ.

ຈໍແບນ (Flat-panel display)

ຮູບ: ໂທລະພາບຈໍແບນ LCD ທົ່ວໄປ.

ໂທລະພາບສະໄໝໃໝ່ທັງບາງ ແລະ ເບົາ ແລະ ໃຊ້ເທັກໂນໂລຢີທີ່ຕ່າງກັນ:

  • LCD (ຈໍຜລຶກແຫຼວ ຫຼື Liquid Crystal Display): ໃຊ້ຜລຶກແຫຼວທີ່ເປີດ-ປິດ ເພື່ອຄວບຄຸມແສງທີ່ຜ່ານອອກມາ.
  • LED (ໄດໂອດເປ່ງແສງ ຫຼື Light Emitting Diode): ແມ່ນຈໍ LCD ທີ່ໃຊ້ໄຟ LED ເປັນແສງຫຼັງ ປະຫຍັດພະລັງງານ ແລະ ສະຫວ່າງ.
  • OLED (ໄດໂອດເປ່ງແສງອິນຊີ ຫຼື Organic Light Emitting Diode): ໃຊ້ສານອິນຊີທີ່ເປ່ງແສງໄດ້ເອງ ຈຶ່ງບໍ່ຕ້ອງມີແສງຫຼັງ ເຮັດໃຫ້ບາງໄດ້ຫຼາຍ ແລະ ສະແດງສີດຳໄດ້ດຳສະນິດ.

ຄວາມລະອຽດຂອງຈໍ (Screen Resolution)

ຮູບ: ການປຽບທຽບຄວາມລະອຽດຈໍແບບຕ່າງໆ.

ຄວາມລະອຽດ (resolution) ບອກວ່າພາບຄົມຊັດພຽງໃດ ໂດຍວັດເປັນ ພິກເຊວ (pixels) ຊຶ່ງເປັນຈຸດນ້ອຍໆ ທີ່ປະກອບກັນເປັນພາບ.

  • SD (ຄວາມຄົມຊັດມາດຕະຖານ ຫຼື Standard Definition): ຮູບແບບເກົ່າທີ່ໂທລະພາບອະນາລັອກໃຊ້ ມີຄວາມລະອຽດປະມານ 480 ແຖວ.
  • HD (ຄວາມຄົມຊັດສູງ ຫຼື High Definition): ໃຫ້ພາບຄົມຊັດກວ່າຫຼາຍ. ຮູບແບບທີ່ພົບທົ່ວໄປຄື 720p ແລະ 1080p (Full HD).
  • UHD (ຄວາມຄົມຊັດສູງພິເສດ ຫຼື Ultra High Definition): ຫຼື 4K ທີ່ມີລາຍລະອຽດຫຼາຍກວ່າ Full HD ສີ່ເທົ່າ. ຍັງມີ 8K ທີ່ຄົມຊັດຍິ່ງກວ່າອີກ.

ເນື້ອຫາໂທລະພາບ (Television Content)

ລາຍການໂທລະພາບຖືກສ້າງຂຶ້ນເພື່ອຄວາມບັນເທີງ, ໃຫ້ຂ່າວສານ ແລະ ໃຫ້ຄວາມຮູ້.

ປະເພດລາຍການ (Genres)

ລາຍການໂທລະພາບມີຫຼາຍປະເພດ ທີ່ເອີ້ນວ່າ “ແນວລາຍການ” (genres):

  • ລະຄອນ (Drama): ເລື່ອງລາວຈິງຈັງທີ່ມີນັກສະແດງ ເຊັ່ນ ລາຍການກ່ຽວກັບຕຳຫຼວດ ຫຼື ໝໍ.
  • ຕະຫຼົກ (Comedy): ລາຍການທີ່ເບິ່ງແລ້ວຂຳ ເຊິ່ງມັກເອີ້ນວ່າ “ຊິດຄອມ” (sitcoms ຫຼື situation comedies).
  • ຂ່າວ (News): ລາຍການລາຍງານເຫດການປັດຈຸບັນ ແລະ ພະຍາກອນອາກາດ.
  • ກິລາ (Sports): ການຖ່າຍທອດສົດການແຂ່ງຂັນ ເຊັ່ນ ອາເມຣິກັນຟຸດບອນ, ບານເຕະ ແລະ ບານບ້ວງ.
  • ຣຽວລິຕີ (Reality TV): ລາຍການທີ່ຖ່າຍຄົນຈິງໃນສະຖານະການທີ່ບໍ່ມີບົດກຳນົດໄວ້.
  • ສາລະຄະດີ (Documentaries): ລາຍການໃຫ້ຄວາມຮູ້ກ່ຽວກັບປະຫວັດສາດ, ທຳມະຊາດ ຫຼື ວິທະຍາສາດ.
  • ແອນິເມຊັນ (Animation): ກາຕູນສຳລັບທັງເດັກນ້ອຍ ແລະ ຜູ້ໃຫຍ່.

ແຫຼ່ງລາຍໄດ້ (Funding)

ສະຖານີໂທລະພາບຕ້ອງໃຊ້ເງິນໃນການດຳເນີນງານ ແລະ ຫາເງິນໄດ້ຈາກຫຼາຍທາງ:

  • ໂຄສະນາ (Advertising): ບໍລິສັດຕ່າງໆ ຈ່າຍເງິນໃຫ້ສະຖານີເພື່ອອອກໂຄສະນາສິນຄ້າຂອງຕົນ.
  • ຄ່າສະມາຊິກ (Subscriptions): ຜູ້ຊົມຈ່າຍຄ່າບໍລິການລາຍເດືອນເພື່ອເບິ່ງຊ່ອງຕ່າງໆ (ເຊັ່ນ ເຄເບິນ ຫຼື Netflix).
  • ທຶນສາທາລະນະ (Public Funding): ບາງຊ່ອງ ເຊັ່ນ BBC ໃນສະຫະລາຊະອານາຈັກ ຫຼື PBS ໃນສະຫະລັດ ໄດ້ຮັບເງິນຈາກລັດຖະບານ ຫຼື ເງິນບໍລິຈາກຈາກຜູ້ຊົມ ເພື່ອຜະລິດເນື້ອຫາທີ່ໃຫ້ຄວາມຮູ້ ໂດຍມີໂຄສະນາບໍ່ຫຼາຍ.

ແງ່ມຸມທາງສັງຄົມ (Social Aspects)

ຮູບ: ຄອບຄົວນັ່ງເບິ່ງໂທລະພາບນຳກັນ ໃນປີ 1958.

ໂທລະພາບເປັນສ່ວນສຳຄັນຂອງຊີວິດສະໄໝໃໝ່. ມັນເປັນເຄື່ອງມືຮຽນຮູ້ທີ່ດີ ລາຍການໃຫ້ຄວາມຮູ້ສາມາດສອນວິທະຍາສາດ, ປະຫວັດສາດ ແລະ ພາສາໄດ້ ສ່ວນລາຍການຂ່າວກໍຊ່ວຍໃຫ້ຜູ້ຄົນເຂົ້າໃຈສິ່ງທີ່ເກີດຂຶ້ນໃນໂລກ.

ແຕ່ການເບິ່ງໂທລະພາບຫຼາຍເກີນໄປກໍມີຂໍ້ເສຍ. ການນັ່ງດົນໆ ບໍ່ດີຕໍ່ສຸຂະພາບ ເຮົາຈຶ່ງຄວນຈັດສັນເວລາຢູ່ໜ້າຈໍໃຫ້ສົມດຸນກັບການອອກກຳລັງກາຍ ແລະ ງານອະດິເລກອື່ນໆ. ພໍ່ແມ່ມັກຄອຍເບິ່ງແຍງວ່າລູກເບິ່ງຫຍັງ ເພື່ອໃຫ້ແນ່ໃຈວ່າເນື້ອຫາປອດໄພ ແລະ ເໝາະສົມກັບອາຍຸ.

ຄວາມປອດໄພ (Safety)

ໂທລະພາບຈໍແບນສະໄໝໃໝ່ເບົາ ແຕ່ອາດຫົວໜັກ ຈຶ່ງຄວນຕິດຕັ້ງໃຫ້ແໜ້ນໜາ ເພື່ອບໍ່ໃຫ້ລົ້ມ ໂດຍສະເພາະໃນບ້ານທີ່ມີເດັກນ້ອຍ ຫຼື ສັດລ້ຽງ.

ຮູບພາບອື່ນໆ

ຮູບ: ຈອນ ໂລກີ ແບຣ໌ດ (John Logie Baird) ກັບອຸປະກອນໂທລະພາບແບບກົນຈັກລຸ້ນທຳອິດ ແລະ ຫຸ່ນທີ່ຊື່ “ສຕູກີ ບິນ” (John Logie Baird and Stooky Bill).

ຮູບ: ແຜນທີ່ສະແດງຈຳນວນເຄື່ອງໂທລະພາບຕໍ່ປະຊາກອນ 1,000 ຄົນໃນທົ່ວໂລກ. (A map showing television sets per 1000 people in each country. 1000+ 500-1000 300-500 200-300 100-200 50-100 0-50 No data).

ແຫຼ່ງຂໍ້ມູນ: ຈາກເວັບໄຊ https://www.kiddle.co/