ສະຫຼຸບ
ປະຫວັດສາດ (History) ແມ່ນການສຶກສາກ່ຽວກັບເຫດການໃນອະດີດ. ມັນຊ່ວຍໃຫ້ພວກເຮົາເຂົ້າໃຈວ່າ ໂລກ ແລະ ມະນຸດໄດ້ປ່ຽນແປງໄປແນວໃດຕາມການເວລາ. ພວກເຮົາຮຽນຮູ້ກ່ຽວກັບອະດີດໂດຍການເບິ່ງເບາະແສ ຫຼື ຮ່ອງຮອຍຕ່າງໆ. ເບາະແສເຫຼົ່ານີ້ລວມມີ ບັນທຶກເກົ່າໆ ເຊັ່ນ: ປຶ້ມ, ໜັງສືພິມ, ແລະ ຈົດໝາຍ. ນອກນັ້ນ ຍັງລວມມີ ວັດຖຸບູຮານ (artifacts), ເຊິ່ງແມ່ນສິ່ງຂອງທີ່ມະນຸດສ້າງຂຶ້ນ ຫຼື ເຄີຍໃຊ້ ເຊັ່ນ: ເຄື່ອງປັ້ນດິນເຜົາ, ເຄື່ອງມື, ຫຼື ແມ່ນແຕ່ກະດູກເກົ່າ. ປຶ້ມປະຫວັດສາດໃນຮ້ານຂາຍປຶ້ມ ຫ້ອງສະໝຸດ, ຫໍຈົດໝາຍເຫດ, ແລະ ຫໍພິພິທະພັນ ແມ່ນສະຖານທີ່ພິເສດທີ່ລວບລວມ ແລະ ເກັບຮັກສາເບາະແສເຫຼົ່ານີ້ໃຫ້ປອດໄພ. ຄົນທີ່ສຶກສາປະຫວັດສາດເອີ້ນວ່າ ນັກປະຫວັດສາດ (historians). ສ່ວນຜູ້ທີ່ສຶກສາເລື່ອງລາວໃນສະໄໝບູຮານຫຼາຍ, ແມ່ນແຕ່ກ່ອນທີ່ຈະມີຕົວໜັງສືເກີດຂຶ້ນ,…
ປະຫວັດສາດ (History) ແມ່ນການສຶກສາກ່ຽວກັບເຫດການໃນອະດີດ. ມັນຊ່ວຍໃຫ້ພວກເຮົາເຂົ້າໃຈວ່າ ໂລກ ແລະ ມະນຸດໄດ້ປ່ຽນແປງໄປແນວໃດຕາມການເວລາ. ພວກເຮົາຮຽນຮູ້ກ່ຽວກັບອະດີດໂດຍການເບິ່ງເບາະແສ ຫຼື ຮ່ອງຮອຍຕ່າງໆ. ເບາະແສເຫຼົ່ານີ້ລວມມີ ບັນທຶກເກົ່າໆ ເຊັ່ນ: ປຶ້ມ, ໜັງສືພິມ, ແລະ ຈົດໝາຍ. ນອກນັ້ນ ຍັງລວມມີ ວັດຖຸບູຮານ (artifacts), ເຊິ່ງແມ່ນສິ່ງຂອງທີ່ມະນຸດສ້າງຂຶ້ນ ຫຼື ເຄີຍໃຊ້ ເຊັ່ນ: ເຄື່ອງປັ້ນດິນເຜົາ, ເຄື່ອງມື, ຫຼື ແມ່ນແຕ່ກະດູກເກົ່າ.
ປຶ້ມປະຫວັດສາດໃນຮ້ານຂາຍປຶ້ມ

ຫ້ອງສະໝຸດ, ຫໍຈົດໝາຍເຫດ, ແລະ ຫໍພິພິທະພັນ ແມ່ນສະຖານທີ່ພິເສດທີ່ລວບລວມ ແລະ ເກັບຮັກສາເບາະແສເຫຼົ່ານີ້ໃຫ້ປອດໄພ. ຄົນທີ່ສຶກສາປະຫວັດສາດເອີ້ນວ່າ ນັກປະຫວັດສາດ (historians). ສ່ວນຜູ້ທີ່ສຶກສາເລື່ອງລາວໃນສະໄໝບູຮານຫຼາຍ, ແມ່ນແຕ່ກ່ອນທີ່ຈະມີຕົວໜັງສືເກີດຂຶ້ນ, ເອີ້ນວ່າ ນັກບູຮານຄະດີ (archaeologist). ພວກເຂົາຮຽນຮູ້ກ່ຽວກັບວັດທະນະທຳບູຮານໂດຍການຂຸດຄົ້ນ ແລະ ສຶກສາສິ່ງຂອງທີ່ຖືກປະໄວ້. ບຸກຄົນທີ່ສຶກສາກ່ຽວກັບມວນມະນຸດ ແລະ ສັງຄົມເອີ້ນວ່າ ນັກມະນຸດວິທະຍາ (anthropologist). ສ່ວນການສຶກສາວິທີການຂຽນປະຫວັດສາດ ແລະ ວິທີການທີ່ນຳໃຊ້ເຂົ້າໃນການສຶກສານັ້ນ ເອີ້ນວ່າ ປະຫວັດສາດນິພົນ (historiography).
ພວກເຮົາຍັງສາມາດຮຽນຮູ້ກ່ຽວກັບອະດີດໄດ້ໂດຍການເວົ້າລົມກັບຜູ້ທີ່ຈົດຈຳເຫດການທີ່ເກີດຂຶ້ນໃນເມື່ອກ່ອນໄດ້. ສິ່ງນີ້ເອີ້ນວ່າ ປະຫວັດສາດຈາກຄຳບອກເລົ່າ (oral history). ຕົວຢ່າງ: ຄັ້ງໜຶ່ງ ນັກປະຫວັດສາດໄດ້ບັນທຶກເລື່ອງລາວຈາກຜູ້ສູງອາຍຸທີ່ເຄີຍເປັນທາດ ຫຼື ຜູ້ທີ່ລອດຊີວິດຈາກສົງຄາມກາງເມືອງຂອງອາເມລິກາ. ສິ່ງນີ້ຊ່ວຍໃຫ້ໝັ້ນໃຈໄດ້ວ່າ ປະສົບການຂອງພວກເຂົາຈະບໍ່ຖືກລືມເລືອນ.
ໃນສະໄໝບູຮານ, ຜູ້ຄົນໃນແຕ່ລະສ່ວນຂອງໂລກມັກຈະບັນທຶກປະຫວັດສາດແຍກຈາກກັນ. ພວກເຂົາບໍ່ຄ່ອຍໄດ້ພົບປະກັນເລື້ອຍໆ. ຕົວຢ່າງ: ຜູ້ຄົນໃນ ຢູໂຣບຍຸກກາງ, ໂຣມບູຮານ, ແລະ ຈີນບູຮານ ບາງຄັ້ງກໍເຄີຍຄິດວ່າ ພາກສ່ວນຂອງໂລກທີ່ພວກເຂົາອາໄສຢູ່ນັ້ນ ແມ່ນບ່ອນດຽວທີ່ສຳຄັນທີ່ສຸດ.
ພວກເຮົາແບ່ງຍຸກສະໄໝທາງປະຫວັດສາດແນວໃດ
ນັກປະຫວັດສາດມັກຈະແບ່ງປະຫວັດສາດອອກເປັນຍຸກສະໄໝຕ່າງໆ ເພື່ອຊ່ວຍໃຫ້ພວກເຮົາເຂົ້າໃຈເຖິງການປ່ຽນແປງຄັ້ງໃຫຍ່ທີ່ເກີດຂຶ້ນຕາມກາງເວລາ. ນີ້ແມ່ນຍຸກສະໄໝຕົ້ນຕໍບາງຍຸກ:
ຍຸກກ່ອນປະຫວັດສາດ ແລະ ຍຸກບູຮານ (Prehistory and Ancient Times)
- ຍຸກກ່ອນປະຫວັດສາດ (Pre-history): ແມ່ນຊ່ວງເວລາທຳອິດກ່ອນທີ່ມະນຸດຈະປະດິດຕົວໜັງສືຂຶ້ນມາ. ພວກເຮົາຮຽນຮູ້ກ່ຽວກັບຍຸກນີ້ຜ່ານທາງບູຮານຄະດີ.
- ປະຫວັດສາດຍຸກບູຮານ (Ancient history): ຍຸກນີ້ລວມມີອາລິຍະທຳອັນຍິ່ງໃຫຍ່ທຳອິດຂອງໂລກ ເຊັ່ນ:
- ຊູເມຍ (Sumer): ໜຶ່ງໃນອາລິຍະທຳທີ່ເກົ່າແກ່ທີ່ສຸດໃນພາກພື້ນເມໂສໂປຕາເມຍ.
- ເອຢິບບູຮານ (Ancient Egypt): ມີຊື່ສຽງໂດ່ງດັງຍ້ອນຟາໂຣ (ພະລາຊາ), ປີຣາມິດ ແລະ ຕົວອັກສອນເຮຍໂຣກລິຟ.
- ບາບີໂລນ (Babylonia): ອີກໜຶ່ງອາລິຍະທຳທີ່ມີອຳນາດໃນເມໂສໂປຕາເມຍ.
- ເກຣັກບູຮານ (Ancient Greece): ເປັນທີ່ຮູ້ຈັກກ່ຽວກັບນັກປັດຊະຍາ, ລະບອບປະຊາທິປະໄຕ ແລະ ຕຳນານເທບພຣະເຈົ້າ.
- ອິນເດຍບູຮານ (Ancient India): ເປັນແຫຼ່ງກຳເນີດຂອງຕົວເມືອງ ແລະ ສາສະໜາຍຸກທຳອິດ.
- ຈີນບູຮານ (Ancient China): ໄດ້ພັດທະນາລາດຊະວົງ ແລະ ສິ່ງປະດິດທີ່ເປັນເອກະລັກຂອງຕົນເອງ.
- ອາເມຣິກາບູຮານ (Ancient Americas): ອາລິຍະທຳຕ່າງໆ ເຊັ່ນ: ແອັສເຕັກ (Aztecs), ມາຍາ (Maya) ແລະ ອິນຄາ (Inca) ໄດ້ສ້າງຕົວເມືອງ ແລະ ສັງຄົມທີ່ໜ້າອັດສະຈັນ.
- ອາຟຣິກາ ແລະ ອົດສະຕຣາລີບູຮານ (Ancient Africa and Australia): ສັງຄົມມະນຸດຍຸກທຳອິດໄດ້ພັດທະນາວັດທະນະທຳ ແລະ ວິຖີຊີວິດທີ່ເປັນເອກະລັກ.
ຍຸກຄລາສສິກ ແລະ ຍຸກກາງ (Classical and Medieval Eras)
- ຈັກກະພັດໂຣມັນ (Roman Empire): ຈັກກະພັດອັນກວ້າງໃຫຍ່ໄພສານທີ່ເຄີຍປົກຄອງເອີຣົບສ່ວນໃຫຍ່, ອາຟຣິກາເໜືອ ແລະ ຕາເວັນອອກກາງ.
- ຈັກກະພັດບີແຊນທາຍ (Byzantine Empire): ອານາຈັກໂຣມັນຕາເວັນອອກທີ່ຍັງຄົງຄົງຕົວຢູ່ຕໍ່ມາອີກຫຼາຍສະຕະວັດ.
- ລາດຊະວົງຈີນ (Chinese Dynasties): ຕະກູນຜູ້ປົກຄອງທີ່ສືບທອດກັນມາຢ່າງຍາວນານ ເຊິ່ງເປັນຜູ້ກຳນົດທິດທາງປະຫວັດສາດຂອງຈີນ.
- ລັດກາລິຟາຍຸກທຳອິດ (Early Islamic Caliphate): ການກຳເນີດຂຶ້ນຂອງຈັກກະພັດອິດສະລາມ ແລະ ການຂະຫຍາຍຕົວໄປທົ່ວຕາເວັນອອກກາງ ແລະ ອາຟຣິກາເໜືອ.
- ຍຸກກາງຕອນຕົ້ນ (Early Middle Ages): ຊ່ວງເວລາໃນເອີຣົບຫຼັງຈາກການຫຼົ້ມສະຫຼາຍຂອງຈັກກະພັດໂຣມັນ ເຊິ່ງບາງຄັ້ງຖືກເອີ້ນວ່າ “ຍຸກມືດ” (Dark Ages).
- ຍຸກກາງຕອນຮຸ່ງເຮືອງ ແລະ ສົງຄາມຄຣູເສດ (High Middle Ages and the Crusades): ສະໄໝແຫ່ງການເຕີບໂຕໃນເອີຣົບ ແຕ່ກໍມີຄວາມຂັດແຍ່ງ ແລະ ສົງຄາມທາງສາສະໜານຳອີກ.
- ຍຸກກາງຕອນປາຍ (Late Middle Ages): ນັບຕັ້ງແຕ່ສະຕະວັດທີ 13 ຫາ 15 ເຊິ່ງເປັນຊ່ວງເວລາທີ່ນຳໄປສູ່ຍຸກຟື້ນຟູສິລະປະວັດທະນະທຳ.
- ຈັກກະພັດມົງໂກລ (Mongol Empire): ໜຶ່ງໃນຈັກກະພັດທີ່ໃຫຍ່ທີ່ສຸດໃນປະຫວັດສາດ ເຊິ່ງແຜ່ຂະຫຍາຍອຳນາດໄປທົ່ວອາຊີ ແລະ ເອີຣົບ.
ຈຸດເລີ່ມຕົ້ນຂອງປະຫວັດສາດຍຸກໃໝ່ (Modern History Begins)
- ຍຸກຟື້ນຟູສິລະປະວັດທະນະທຳ ຫຼື ເຣເນຊັອງ (Renaissance): ຊ່ວງເວລາໃນສະຕະວັດທີ 15 ທີ່ມີການເກີດໃໝ່ຂອງສິລະປະ, ວິທະຍາສາດ ແລະ ການຮຽນຮູ້ໃນເອີຣົບ. ແນວຄິດຫຼາຍຢ່າງແມ່ນໄດ້ມາຈາກຕຳລາເກຣັກ ແລະ ໂຣມັນບູຮານ ທີ່ຖືກຮັກສາໄວ້ໂດຍນັກປາດຊາວມຸດສະລິມ.
- ການລ່າອານານິຄົມຂອງເອີຣົບໃນອາເມຣິກາ (European colonization of the Americas): ເລີ່ມຕົ້ນໃນສະຕະວັດທີ 15 ເມື່ອມະຫາອຳນາດເອີຣົບ ເຊັ່ນ: ແອັດສະປາຍ ແລະ ອັງກິດ ເລີ່ມອອກສຳຫຼວດ ແລະ ຕັ້ງຖິ່ນຖານໃນທະວີບອາເມຣິກາ.
- ຍຸກບາຣອກ (Baroque era): ນັບຕັ້ງແຕ່ກາງສະຕະວັດທີ 16 ຫາທ້າຍສະຕະວັດທີ 18 ເປັນທີ່ຮູ້ຈັກກ່ຽວກັບສິລະປະ ແລະ ດົນຕີທີ່ມີຄວາມງົດງາມ ແລະ ຕື່ນເຕັ້ນ. ຊ່ວງເວລານີ້ຍັງມີຄວາມຂັດແຍ່ງ ເຊັ່ນ: ການປະທະກັນລະຫວ່າງຈັກກະວັດອົບໂຕມານ ກັບ ໂອຕຣິດ-ຮົງກາຣີ.
- ຍຸກສະຫວ່າງ ຫຼື ຍຸກປັນຍາຊົນ (Enlightenment): ນັບຕັ້ງແຕ່ກາງສະຕະວັດທີ 17 ຫາທ້າຍສະຕະວັດທີ 18 ເປັນສະໄໝແຫ່ງແນວຄິດໃໝ່ໆ ກ່ຽວກັບເຫດຜົນ, ວິທະຍາສາດ ແລະ ສິດທິມະນຸດ.
ປະຫວັດສາດຮ່ວມສະໄໝ (Recent History)
- ສະຕະວັດທີ 19: ຊ່ວງເວລາແຫ່ງການປ່ຽນແປງຄັ້ງໃຫຍ່ ລວມທັງການຂະຫຍາຍຕົວຂອງຈັກກະພັດຕ່າງໆ ເຊັ່ນ: ຈັກກະພັດອັງກິດ (British Empire).
- ສະຕະວັດທີ 20: ສະຕະວັດນີ້ໄດ້ເຫັນເຫດການລະດັບໂລກທີ່ສຳຄັນ ເຊັ່ນ:
- ສົງຄາມໂລກຄັ້ງທີ I (World War I): ຄວາມຂັດແຍ່ງລະດັບໂລກຄັ້ງໃຫຍ່.
- ສົງຄາມໂລກຄັ້ງທີ II (World War II): ສົງຄາມໂລກອີກຄັ້ງໜຶ່ງທີ່ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍ.
- ການກຳເນີດຂຶ້ນຂອງອົງການສະຫະປະຊາຊາດ (United Nations ascendance): ການກາຍມາເປັນອົງການກາງເພື່ອສັນຕິພາບຂອງໂລກ.
- ສົງຄາມເຢັນ (Cold War): ຊ່ວງເວລາແຫ່ງຄວາມຕຶງຄຽດອັນຍາວນານລະຫວ່າງສະຫະລັດອາເມຣິກາ ແລະ ສະຫະພາບໂມວຽດ ລວມທັງສົງຄາມຕົວແທນ ເຊັ່ນ: ສົງຄາມເກົາຫຼີ ແລະ ສົງຄາມຫວຽດນາມ.
- ຄວາມຂັດແຍ່ງໃນໄລຍະຜ່ານມາ (Recent conflicts): ຄວາມຂັດແຍ່ງໃນຫຼາຍພາກພື້ນຂອງໂລກ ເຊັ່ນ: ສົງຄາມອາຣັບ-ອິດສະຣາແອນ ແລະ ຄວາມຂັດແຍ່ງໃນອາຟຣິກາຕາເວັນຕົກ.
ດັ່ງນັ້ນ, ການສຶກສາປະຫວັດສາດຊ່ວຍໃຫ້ພວກເຮົາເຂົ້າໃຈວ່າ ໂລກໃນປັດຈຸບັນຖືກສ້າງຂຶ້ນມາແນວໃດ?. ມັນສະແດງໃຫ້ເຫັນວ່າ ລະບົບເສດຖະກິດ, ສັງຄົມ ແລະ ແມ່ນແຕ່ຮູບແບບວິທີຄິດຂອງພວກເຮົາໃນປັດຈຸບັນ ລ້ວນແຕ່ໄດ້ຮັບອິດທິພົນມາຈາກອະດີດທັງໝົດ.
ແຫຼ່ງຂໍ້ມູນ: ຈາກເວັບໄຊ https://www.kiddle.co/