ຍຸກກາງ ແລະ ຍຸກໃໝ່ຕອນຕົ້ນ

ຈັກກະພັດມົງໂກນ (Mongol Empire)

ແບ່ງປັນ

ສະຫຼຸບ

ຈັກກະພັດມົງໂກນ ເປັນດິນແດນກວ້າງໃຫຍ່ທີ່ປົກຄອງໂດຍຜູ້ນຳມົງໂກນທີ່ມີອຳນາດ ເອີ້ນວ່າ: ຄານ (Khans) ໃນສັດຕະວັດທີ 13 ແລະ 14. ມັນເປັນຈັກກະພັດທາງບົກທີ່ໃຫຍ່ທີ່ສຸດໃນປະຫວັດສາດ (history) ທີ່ເຊື່ອມຕໍ່ກັນເປັນຜືນດຽວ. ບ້ານເກີດເດີມຂອງຊາວມົງໂກນ ຢູ່ໃນພາກພື້ນທີ່ລ້ອມຮອບດ້ວຍພູເຂົາ ແລະ ແມ່ນ້ຳ ຕັ້ງແຕ່ພູເຂົາຄິງຫານ (Khingan) ຮອດພູເຂົາອັນໄຕ (Altai) ແລະ ຈາກທະເລສາບໄບກາລ (Lake Baikal) ລົງມາຮອດ ກຳແພງເມືອງຈີນ (Great Wall of China). ເຈງກິສຄານ (Genghis Khan) ເປັນຜູ້ກໍ່ຕັ້ງຈັກກະພັດໃນປີ ຄ.ສ. 1206 (AD). ລາວລວມເອົາບັນດາ ຊົນເຜົ່າ (tribes) ມົງໂກນ ແລະ…

ຈັກກະພັດມົງໂກນ ເປັນດິນແດນກວ້າງໃຫຍ່ທີ່ປົກຄອງໂດຍຜູ້ນຳມົງໂກນທີ່ມີອຳນາດ ເອີ້ນວ່າ: ຄານ (Khans) ໃນສັດຕະວັດທີ 13 ແລະ 14. ມັນເປັນຈັກກະພັດທາງບົກທີ່ໃຫຍ່ທີ່ສຸດໃນປະຫວັດສາດ (history) ທີ່ເຊື່ອມຕໍ່ກັນເປັນຜືນດຽວ. ບ້ານເກີດເດີມຂອງຊາວມົງໂກນ ຢູ່ໃນພາກພື້ນທີ່ລ້ອມຮອບດ້ວຍພູເຂົາ ແລະ ແມ່ນ້ຳ ຕັ້ງແຕ່ພູເຂົາຄິງຫານ (Khingan) ຮອດພູເຂົາອັນໄຕ (Altai) ແລະ ຈາກທະເລສາບໄບກາລ (Lake Baikal) ລົງມາຮອດ ກຳແພງເມືອງຈີນ (Great Wall of China).

ເຈງກິສຄານ (Genghis Khan) ເປັນຜູ້ກໍ່ຕັ້ງຈັກກະພັດໃນປີ ຄ.ສ. 1206 (AD). ລາວລວມເອົາບັນດາ ຊົນເຜົ່າ (tribes) ມົງໂກນ ແລະ ເຕີກ (Turkic) ຫຼາຍເຜົ່າເຂົ້າເປັນອັນໜຶ່ງອັນດຽວກັນ. ຮອດຕອນລາວເສຍຊີວິດໃນປີ ຄ.ສ. 1227 ລາວຍຶດໄດ້ເຂດກວ້າງຂອງອາຊີກາງ (Central Asia), ຈີນພາກເໜືອ (North China), ແລະ ເປີເຊຍຕາເວັນອອກ (eastern Persia). ຕໍ່ມາ ຫຼານຊາຍຂອງລາວ ຊື່ວ່າ: ກູບິລາຍຄານ (Kublai Khan) ຂະຫຍາຍຈັກກະພັດໃຫ້ໃຫຍ່ຂຶ້ນອີກ. ກູບິລາຍຄານ ຍັງຕັ້ງລາຊະວົງຫຍວນ (Yuan Dynasty) ທີ່ມົງໂກນປົກຄອງໃນຈີນ ໂດຍປົກຄອງທົ່ວທັງປະເທດ. ຈັກກະພັດມົງໂກນ ແຜ່ຂະຫຍາຍຈາກເອີຣົບຕາເວັນອອກຈົນຮອດອາຊີຕາເວັນຕົກ ລວມທັງອາຊີກາງ ແລະ ຕາເວັນອອກກາງ. ແຕ່ອຳນາດຂອງມັນບໍ່ໄດ້ຢູ່ຕະຫຼອດໄປ. ຮອດຊຸມປີ 1360 ຈັກກະພັດກໍແຕກແຍກອອກເປັນຫຼາຍສ່ວນນ້ອຍ ແລະ ຕໍ່ມາກໍຖືກທຳລາຍລົງ.

ຮູບພາບດ້ານລຸ່ມ: ການຂະຫຍາຍຂອງຈັກກະພັດມົງໂກນ (Mongol Empire map 2). ເຊິ່ງບັນດາແຜນທີ່ລຸ່ມນີ້ ສະແດງໃຫ້ເຫັນການປ່ຽນແປງຂອງຊາຍແດນຈັກກະພັດມົງໂກນ ແລະ ດິນແດນມົງໂກນທີ່ສືບຕໍ່ມາ. ແຕ່ການກໍ່ຕັ້ງຈັກກະພັດໂດຍ ເຈງກິສຄານ ໃນປີ 1206 ຜ່ານຕອນ ເຈງກິສຄານ ເສຍຊີວິດໃນປີ 1227 ຈົນເຖິງຍຸກປົກຄອງຂອງກູບິລາຍຄານ (1260–1294). (ນຳໃຊ້ຊາຍແດນຂອງປະເທດໃນປັດຈຸບັນ).

ວິທະຍາສາດ ແລະ ການຮຽນຮູ້ໃນ ຈັກກະພັດມົງໂກນ (Science and Learning in the Mongol Empire)

ຮູບພາບ: ຄູ່ມືດາລາສາດປີ 1363 ທີ່ມີຄຳອະທິບາຍເປັນພາສາມົງໂກນກາງ ເຊິ່ງເປັນທີ່ຮູ້ຈັກໃນຊື່ “ຊານຈູຟີນີ ຊີຈ໌” (Sanjufini Zij). ຄູ່ມືດາລາສາດພາສາອາຣັບ (zij) ໂດຍນັກດາລາສາດຊາວຊາມາຣກັນ ຄວາຈາ ກາຊີ ອັລ-ຊານຈູຟີນີ (Khwaja Ghazi al-Sanjufini) ເອີ້ນວ່າ: “ຊານຈູຟີນີ ຊີຈ໌” (Sanjufini Zij). ລວບລວມຂຶ້ນໃນປີ 1363 ແລະ ຖວາຍແກ່ຜູ້ອຸປະຖຳມົງໂກນຂອງລາວ ເຈົ້າຊາຍຣັດນາ (Radna) ຜູ້ເປັນຜູ້ປົກຄອງທິເບດ ປະຈຳການຢູ່ເຮໂຈ (Hezhou) ໃນມົນທົນກັນຊູ. ເຈົ້າຊາຍຣັດນາ ເປັນເຊື້ອສາຍຂອງກູບິລາຍຄານ ທີ່ສົນໃຈ ດາລາສາດອິດສະລາມ ຄືກັບກູບິລາຍຄານ ແລະ ຮູລາກູຄານ. ຄູ່ມືເຫຼັ້ມນີ້ເປັນທີ່ໂດດເດັ່ນເພາະມີຄຳອະທິບາຍແບບ “gloss” ເປັນພາສາມົງໂກນກາງ ຂຽນດ້ວຍຕົວອັກສອນມົງໂກນແນວຕັ້ງ ຢູ່ຂອບໜ້າ.

ຄຳອະທິບາຍພາສາມົງໂກນກາງ: ສັງເກດວ່າຄຳວ່າ maqam (ຕຳແໜ່ງ) ແລະ istiqamad (ຕົງ) ເປັນຄຳອາຣັບ.

  • ແຜ່ນທີ 52 ດ້ານຫຼັງ: Uridu maqam un qajiun medekü (ການຊອກຫາດ້ານຂອງຕຳແໜ່ງກ່ອນ).
  • ແຜ່ນທີ 53 ດ້ານໜ້າ: Qoyidu maqam un istiqamad medekü (ການຊອກຫາຄວາມຕົງຂອງຕຳແໜ່ງຫຼັງ).

ປັດຈຸບັນ ແມ່ນເກັບຮັກສາຢູ່ຫໍສະໝຸດແຫ່ງຊາດຝຣັ່ງ (Bibliothèque nationale de France). ເປັນສາທາລະນະສົມບັດ (public domain). ຕົ້ນສະບັບຂຽນດ້ວຍມື ເລກທີ Arabe 6040. ເວລາລວບລວມລະບຸຢ່າງຊັດເຈນວ່າເປັນປີ 764 ຕາມປະຕິທິນຮິຈຍະຣາ (AH) (ປີ ຄ.ສ. 1362–63) ໃນຕອນຕົ້ນຂອງບົດວ່າດ້ວຍຍຸກສະໄໝ. ນີ້ຄືປີທີ່ຕາຕະລາງດວງຈັນໃນຕອນທ້າຍສຸດ (ແຜ່ນທີ 56–57) ຖືກຄິດໄລ່ໄວ້.

ຮູບພາບ: ຊາວມົງໂກນຢືນເບິ່ງນັກດາລາສາດຊາວເປີເຊຍເຮັດວຽກ (DiezAlbumsAstronomers). ຮູບປະກອບຈາກຕົ້ນສັດຕະວັດທີ 14 ໃນໜັງສື “ທັງລວມປະຫວັດສາດ” (Compendium of Chronicles). ນັກດາລາສາດ ຫຼື ໂຫຣາສາດກຳລັງເຮັດວຽກ. ຮູບປະກອບຈາກໜັງສື “ຈາມີ ອັດ-ຕະວາຣີຄ” (Gami’ at-tawarih) ຂອງຣາຊິດ ອັດ-ດິນ (Rashid-ad-Din). ຄາດວ່າຢູ່ຕາບຣີຊ (?) ໄຕມາດທຳອິດຂອງສັດຕະວັດທີ 14. ສີນ້ຳ ແລະ ທອງຄຳເທິງກະດາດ. ຂະໜາດເດີມ: 12 ຊມ x 24.3 ຊມ. ຫໍສະໝຸດລັດເບີລິນ (Staatsbibliothek Berlin) ພະແນກຕາເວັນອອກ (Orientabteilung), Diez A fol. 72, ໜ້າ 16 ລາຍການທີ 1. ຄົນທີ່ຢູ່ກາງຖືເຄື່ອງ astrolabe ແລະ ເຫັນດວງຈັນຢູ່ມຸມຂວາເທິງ.

ໃນຈັກກະພັດມົງໂກນມີການຄົ້ນພົບທາງວິທະຍາສາດທີ່ສຳຄັນຫຼາຍຢ່າງ ເພາະພວກຄານມັກສະໜັບສະໜູນນັກວິທະຍາສາດ ແລະ ນັກປາດ. ບາງຄົນຍັງຄິດວ່າຊາວມົງໂກນປະສົບຄວາມສຳເລັດຍ້ອນເກັ່ງຄະນິດສາດ!

ດາລາສາດ ແລະ ຄະນິດສາດ (Astronomy and Mathematics)

ດາລາສາດ ແມ່ນການສຶກສາກ່ຽວກັບ ດາວ ແລະ ດາວເຄາະ ເຊິ່ງເປັນວິຊາທີ່ພວກຄານ ມັກທີ່ສຸດ. ຕົວຢ່າງ: ອໍເກດາຍຄານ (Ögedei Khan) ສັ່ງໃຫ້ສ້ອມແປງເຄື່ອງມືດາລາສາດສຳຄັນທີ່ເອີ້ນວ່າ: armillary sphere (ເຄື່ອງວັດຕຳແໜ່ງດາວແບບວົງແຫວນຊ້ອນກັນ) ແລະ ຍັງສັ່ງໃຫ້ສ້າງປະຕິທິນໃໝ່. ມອງເກຄານ (Möngke Khan) ເປັນທີ່ຮູ້ຈັກວ່າແກ້ໂຈດຄະນິດສາດຍາກໆດ້ວຍຕົນເອງ. ລາວຢາກໃຫ້ນັກດາລາສາດຊື່ດັງຊື່ວ່າ: ທູຊີ (Tusi) ສ້າງຫໍສັງເກດການດາລາສາດ ນຳອີກ.

ເຖິງແມ່ນວ່າ ມອງເກຄານ ຈະເສຍຊີວິດກ່ອນຫໍສັງເກດການຂອງລາວສຳເລັດ ນ້ອງຊາຍຂອງລາວ ຮູລາກູຄານ (Hulagu Khan) ກໍຊ່ວຍ ທູຊີ ສ້າງ ຫໍສັງເກດການມາຣາເກ (Maragheh Observatory) ໃນເປີເຊຍ ປີ 1259. ຫໍສັງເກດການແຫ່ງນີ້ກ້າວໜ້າຫຼາຍ ມີປຶ້ມປະມານ 400,000 ເຫຼັ້ມທີ່ ທູຊີ ຊ່ວຍຮັກສາໄວ້ຈາກເມືອງຕ່າງໆ ເຊັ່ນ: ແບັກແດດ. ນັກດາລາສາດຊາວຈີນກໍມາເຮັດວຽກຢູ່ທີ່ນັ້ນເຊັ່ນກັນ. ທູຊີ ສ້າງຕາຕະລາງດາລາສາດໃໝ່ ແລະ ປະດິດເຄື່ອງມືທາງຄະນິດສາດທີ່ສະຫຼາດ ເອີ້ນວ່າ: “ຄູ່ທູຊີ” (Tusi couple).

ກູບິລາຍຄານ (Kublai Khan) ກໍສ້າງຫໍສັງເກດການຂະໜາດໃຫຍ່ໃນຈີນເຊັ່ນກັນ. ຫໍສະໝຸດຂອງລາວມີປຶ້ມຄະນິດສາດສຳຄັນ ລວມທັງສຳເນົາ “ເອລີເມັນສ໌ຂອງຢູຄລິດ” (Euclid’s Elements) ທີ່ນັກຄະນິດສາດມຸດສລິມນຳມາ. ນັກຄະນິດສາດຊື່ດັງ ເຊັ່ນ: ຈູ ຊິເຈີ໋ (Zhu Shijie) ແລະ ກວ໋ອ ໂຊ່ວຈິງ (Guo Shoujing) ກໍເຮັດວຽກໃນຈີນສະໄໝຫຍວນ. ແພດມົງໂກນຄົນໜຶ່ງຊື່ວ່າ: ຫູ ຊື່ຮຸຍ (Hu Sihui) ໄດ້ຂຽນກ່ຽວກັບຄວາມສຳຄັນຂອງການກິນອາຫານທີ່ມີປະໂຫຍດຕໍ່ສຸຂະພາບໃນປີ 1330.

ການແບ່ງປັນຄວາມຮູ້ (Sharing Knowledge)

ຕໍ່ມາ ກາຊານຄານ (Ghazan Khan) ໄດ້ສ້າງຫໍສັງເກດການຕາບຣີຊ (Tabriz Observatory) ໃນປີ 1295. ລາວເຂົ້າໃຈສີ່ພາສາ ລວມທັງພາສາລາຕິນ. ນັກດາລາສາດຊາວກະເຣັກຊື່: ເກຣໂກຣີ ໂຄນີອາເດສ (Gregory Chioniades) ໄດ້ມາສຶກສາຢູ່ທີ່ນັ້ນ ແລະ ຊ່ວຍນຳແນວຄິດໃໝ່ຈາກໂລກອິດສະລາມເຂົ້າສູ່ເອີຣົບ. ແນວຄິດເຫຼົ່ານີ້ລວມເຖິງເຄື່ອງມືພິເສດທີ່ເອີ້ນວ່າ: astrolabe (ເຄື່ອງວັດມຸມດາວ) ແລະ ຄູ່ທູຊີ (Tusi couple) ເຊິ່ງຕໍ່ມາມີອິດທິພົນຕໍ່ແນວຄິດຂອງ ໂຄເປີນິຄັສ (Copernicus) ກ່ຽວກັບການທີ່ໂລກໂຄຈອນອ້ອມດວງອາທິດ.

ລະບົບໄປສະນີຂອງມົງໂກນ (The Mongol Mail System)

ຮູບພາບ: ຈົດໝາຍປີ 1305 ຈາກຜູ້ປົກຄອງອີລຄານມົງໂກນ ອໍລຈາຍຕູ (Öljaitü) ເຖິງກະສັດຟີລິບທີ 4 ແຫ່ງຝຣັ່ງ (OljeituToPhilippeLeBel1305). ຈົດໝາຍຈາກອໍລຈາຍຕູ ເຖິງຟີລິບ ເລ ແບລ (Philippe le Bel), ປີ 1305.

ການຖອດຕົວອັກສອນຂອງຄຳນຳ:
“Olziit Sultan ug maani. Iridfarans (Roi de France) Sultanaa. Ertnees ta buriin Frankuud irgenii sultad manai sain elents, sain ovog, sain etseg, sain akh dor amraldaj, khol beer bogoos oir met setgej, alivaa ugsee ochij, elchinee, esnii belguudee ilgeeldseniig yu andakhun ta?”

ຄຳແປຂອງຄຳນຳ:
“ອໍລຈາຍຕູ ສຸນຕານ (Oljeitu Sultan) ຖ້ອຍຄຳຂອງພວກເຮົາ. ເຖິງສຸນຕານອີຣິດຟາຣານສ໌ (Iridfarans) (ກະສັດແຫ່ງຝຣັ່ງ). ຈະລືມໄດ້ແນວໃດວ່າ ຕັ້ງແຕ່ບູຮານມາ ພວກທ່ານທັງຫຼາຍ ຜູ້ເປັນສຸນຕານຂອງພົນລະເມືອງຟຣັງ (Frank) ໄດ້ຢູ່ຮ່ວມກັນຢ່າງສັນຕິກັບບັນພະບຸລຸດທີ່ດີຂອງເຮົາ (ຮູລາກູຄານ), ປູ່ທີ່ດີ (ອາບາກາຄານ), ພໍ່ທີ່ດີ (ອາກຸນຄານ) ແລະ ອ້າຍທີ່ດີ (ກາຊານຄານ) ໂດຍຖືພວກເຮົາເປັນຄົນໃກ້ຊິດ ເຖິງວ່າຈະຢູ່ໄກກັນ ໄດ້ກ່າວຖ້ອຍຄຳຕ່າງໆ ແລະ ສົ່ງທູດ ພ້ອມທັງຂອງຂວັນອວຍພອນສຸຂະພາບມາໃຫ້?”

ການຖອດຕົວອັກສອນຂອງອີກປະໂຫຍກໜຶ່ງ:
“Naran urgakhui Nankhiyasiin ornoos avan Talu dalai khurtel ulus barildaj zamuudaa uyuulav.”

ຄຳແປຂອງປະໂຫຍກນັ້ນ:
“ປະເທດຊາດຂອງເຮົາໄດ້ເຊື່ອມໂຍງກັນ (ຕິດຕໍ່ກັນຢ່າງສັນຕິ) ຈາກແຜ່ນດິນຂອງຊາວນານຄິຢາ (Nankhiyas) (ຄຳພະຫຸພົດຂອງ ‘ຊາວຈີນໃຕ້’) ບ່ອນທີ່ດວງອາທິດຂຶ້ນ ຈົນເຖິງທະເລຕາລູ (Talu) (ທະເລເມດີເຕີເຣເນຍນ) ແລະ ເສັ້ນທາງຂອງເຮົາໄດ້ຖືກຜູກເຂົ້າຫາກັນ.”

ຮອຍຕາປະທັບສີແດງ ມີຕົວອັກສອນຈີນແບບຕາປະທັບ (seal script) ສິບຕົວ: 真命皇帝天順萬夷之寶 (Zhēnmìng huángdì tiānshùn wànyí zhī bǎo) ຄວາມໝາຍວ່າ: “ຕາປະທັບອັນລ້ຳຄ່າຂອງຈັກກະພັດຜູ້ໄດ້ຮັບບັນຊາຢ່າງແທ້ຈິງ [ຈາກສະຫວັນ] ໃຫ້ສະຫງົບສຸກຊົນຊາດຕ່າງແດນຫຼາຍໝື່ນເຜົ່າ”.

ຈັກກະພັດມົງໂກນມີລະບົບໄປສະນີທີ່ສະຫຼາດ ແລະ ວ່ອງໄວຫຼາຍ ເອີ້ນວ່າ: “ຢາມ” (Yam). ມັນມີສະຖານີຕໍ່ລຳຕົວຫຼາຍແຫ່ງທີ່ເອີ້ນວ່າ: ເອີລເຕີ (örtöö) ກະຈາຍຢູ່ທົ່ວຈັກກະພັດ. ສະຖານີເຫຼົ່ານີ້ມີອຸປະກອນຄົບຫຼາຍ ແລະ ມີການຮັກສາຄວາມປອດໄພ.

ລະບົບຢາມເຮັດວຽກແນວໃດ (How the Yam Worked)

ຜູ້ສົ່ງສານຕາມປົກກະຕິຈະຂີ່ມ້າປະມານ 25 ໄມລ໌ (40 ກິໂລແມັດ) ຈາກສະຖານີໜຶ່ງໄປຍັງອີກສະຖານີໜຶ່ງ. ຢູ່ແຕ່ລະສະຖານີ ລາວຈະໄດ້ມ້າໂຕໃໝ່ທີ່ພັກຜ່ອນແລ້ວ ຫຼື ສົ່ງຕໍ່ຈົດໝາຍໃຫ້ຜູ້ຂີ່ຄົນອື່ນ. ວິທີນີ້ຮັບປະກັນວ່າຂໍ້ຄວາມເດີນທາງໄດ້ໄວທີ່ສຸດ. ຜູ້ຂີ່ມ້າມົງໂກນສາມາດເດີນທາງໄດ້ປະມານ 125 ໄມລ໌ (200 ກິໂລແມັດ) ໃນມື້ດຽວ! ເຊິ່ງໄວກວ່າລະບົບ: ໂພນີ ເອັກສະເປຣສ (Pony Express) ທີ່ເກີດຂຶ້ນພາຍຫຼັງ 600 ປີ.

ສະຖານີຕໍ່ລຳຕົວຍັງມີບ້ານເຮືອນຢູ່ໃກ້ໆເພື່ອສະໜັບສະໜູນ. ຜູ້ໃດທີ່ມີໃບອະນຸຍາດພິເສດທີ່ເອີ້ນວ່າ: “ໄປຊາ” (paiza) ສາມາດໃຊ້ສະຖານີເຫຼົ່ານີ້ເພື່ອຂໍມ້າໃໝ່ ແລະ ອາຫານ. ແມ່ນແຕ່ຜູ້ສົ່ງສານຂອງກອງທັບກໍໃຊ້ລະບົບຢາມໄດ້ ໂດຍບໍ່ຕ້ອງມີໄປຊາ. ພໍ່ຄ້າ, ຜູ້ສົ່ງສານ ແລະ ນັກເດີນທາງຈາກຈີນ, ຕາເວັນອອກກາງ ແລະ ເອີຣົບ ຫຼາຍຄົນໄດ້ໃຊ້ລະບົບນີ້. ຍົກຕົວຢ່າງ: ເມື່ອມະຫາຄານ (Great Khan) ເສຍຊີວິດທີ່ກາຣາໂກຣຳ (Karakorum) ຂ່າວກໍເຖິງກອງທັບມົງໂກນໃນເອີຣົບກາງພາຍໃນ 4 ຫາ 6 ອາທິດ ຍ້ອນລະບົບຢາມ.

ເສັ້ນທາງ ແລະ ການຂະຫຍາຍຕົວ (Roads and Expansion)

ເຈງກິສຄານ (Genghis Khan) ແລະ ຜູ້ສືບທອດຂອງລາວ ອໍເກດາຍຄານ (Ögedei Khan) ໄດ້ສ້າງເຄືອຂ່າຍເສັ້ນທາງທີ່ກວ້າງຂວາງ. ເສັ້ນທາງໜຶ່ງຜ່ານ ເທືອກເຂົາອັນໄຕ (Altai Mountains). ຫຼັງຈາກ ອໍເກດາຍເປັນຄານ ລາວກໍຂະຫຍາຍລະບົບເສັ້ນທາງໃຫ້ໃຫຍ່ຂຶ້ນອີກ ໂດຍເຊື່ອມເສັ້ນທາງໃນພາກຕາເວັນຕົກຂອງຈັກກະພັດ.

ກູບິລາຍຄານ (Kublai Khan) ຜູ້ກໍ່ຕັ້ງລາຊະວົງຫຍວນ ໄດ້ສ້າງສະຖານີຕໍ່ລຳຕົວພິເສດສຳລັບເຈົ້າໜ້າທີ່ສຳຄັນ. ໃນຍຸກທີ່ລາວປົກຄອງ ລະບົບການສື່ສານຂອງລາຊະວົງຫຍວນ ມີສະຖານີໄປສະນີປະມານ 1,400 ແຫ່ງ. ສະຖານີເຫຼົ່ານີ້ໃຊ້ສັດ ແລະ ຍານພາຫະນະຫຼາຍຢ່າງ ລວມທັງມ້າປະມານ 50,000 ໂຕ ແລະ ເຮືອປະມານ 6,000 ລຳ.

ໃນບາງພາກພື້ນທີ່ໜາວກວ່າ ເຊັ່ນ: ແມນຈູເລຍ (Manchuria) ແລະ ພາກໃຕ້ຂອງ ໄຊບີເລຍ (Siberia) ຊາວມົງໂກນ ຍັງໃຊ້ທີມ ລົດລາກດ້ວຍໝາ (dogsled) ສຳລັບລະບົບຢາມ. ຕໍ່ມາໃນ ອີລຄານະ (Ilkhanate) ເຊິ່ງເປັນສ່ວນໜຶ່ງຂອງຈັກກະພັດມົງໂກນ ກາຊານຄານປັບປຸງລະບົບໄປສະນີອີກຄັ້ງ. ລາວສ້າງທີ່ພັກເຊົາບາງແຫ່ງ ແລະ ກຳນົດໃຫ້ມີແຕ່ຜູ້ສົ່ງສານຂອງຈັກກະພັດເທົ່ານັ້ນທີ່ໄດ້ຮັບການສະໜັບສະໜູນພິເສດ.

ເສັ້ນທາງສາຍໄໝ ແລະ ການຄ້າ (The Silk Road and Trade)

ເສັ້ນທາງສາຍໄໝ (Silk Road)

ສັນຕິພາບມົງໂກນ (Pax Mongolica) ແລະ ກາລະໂລກ (Black Death)

ຮູບພາບ: ຕູດາ ເມັງກູ (Tuda Mengu) ແຫ່ງກອງທັບທອງຄຳ (Golden Horde). Toda Mongke and His Mongol Horde. ຕູລສີ (Tulsi) ແລະ ມາທູ ໂຕດາ (Madhu Toda): ມອງເກ ແລະ ກອງທັບມົງໂກນຂອງລາວ. ໜ້າຈາກ “ເຈງກິສນາມາ” (Chingiznama) (ປະຫວັດສາດຂອງເຈງກິສຄານ), ປີ 1596. ຮູບແຕ້ມສີນ້ຳ, ສີນ້ຳແບບທຶບແສງ (opaque watercolor), ທອງຄຳ ແລະ ໝຶກເທິງເຈ້ຍ. ຂະໜາດແຜ່ນ: 15 x 10 ນິ້ວ (38.1 x 25.4 ຊມ); ຂະໜາດພາບ: 12 3/8 x 8 ນິ້ວ (31.4 x 20.3 ຊມ). ຈາກຄັງສະສົມຂອງ ນາສລີ ແລະ ແອລິດ ຮີຣາມານີກ (Nasli and Alice Heeramaneck Collection), ຊື້ໂດຍມູນນິທິພິພິທະພັນ (Museum Associates) (ເລກທະບຽນ M.78.9.8). ພະແນກສິລະປະ ອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້ (South and Southeast Asian Art Department).

ຊາວມົງໂກນເປັນທີ່ຮູ້ຈັກວ່າສະໜັບສະໜູນພໍ່ຄ້າ ແລະ ການຄ້າ. ແມ່ນແຕ່ກ່ອນລວມຊາວມົງໂກນໃຫ້ເປັນເອກະພາບ ເຈງກິສຄານ ກໍຊຸກຍູ້ພໍ່ຄ້າຕ່າງຊາດ. ພໍ່ຄ້າມີຄວາມສຳຄັນ ເພາະເຂົານຳຂໍ້ມູນກ່ຽວກັບວັດທະນະທຳອື່ນມາ. ເຂົາຍັງເຮັດໜ້າທີ່ເປັນນັກການທູດ ແລະ ພໍ່ຄ້າຢ່າງເປັນທາງການ ແລະ ສະໜອງສິນຄ້າຫຼາຍຢ່າງທີ່ຊາວມົງໂກນຜະລິດເອງບໍ່ໄດ້.

ການສະໜັບສະໜູນພໍ່ຄ້າຂອງຊາວມົງໂກນ (Mongol Support for Merchants)

ລັດຖະບານມົງໂກນ ແລະ ຊາວມົງໂກນທີ່ຮັ່ງມີມັກໃຫ້ເງິນພໍ່ຄ້າ ແລະ ສົ່ງເຂົາອອກເດີນທາງໄກ ພາຍໃຕ້ຂໍ້ຕົກລົງທຸລະກິດພິເສດທີ່ເອີ້ນວ່າ: “ໂອຣໂຕກ” (ortoq). ມັນຄ້າຍຄືຫຸ້ນສ່ວນທຸລະກິດອື່ນໆໃນຍຸກນັ້ນ. ຜູ້ນຳມົງໂກນຍັງສ້າງຄວາມເປັນຫຸ້ນສ່ວນທາງການຄ້າກັບພໍ່ຄ້າຈາກເມືອງຕ່າງໆຂອງອີຕາລີ ລວມທັງຄອບຄົວຂອງ ມາໂກ ໂປໂລ (Marco Polo).

ເມື່ອຈັກກະພັດຂະຫຍາຍຕົວ ພໍ່ຄ້າ ຫຼື ທູດທຸກຄົນທີ່ມີເອກະສານຖືກຕ້ອງຈະໄດ້ຮັບການປົກປ້ອງລະຫວ່າງເດີນທາງຜ່ານດິນແດນມົງໂກນ. ເສັ້ນທາງທີ່ຮັກສາຢ່າງດີເຊື່ອມຕໍ່ແຜ່ນດິນຕັ້ງແຕ່ທະເລເມດີເຕີເຣນຽນ ຈົນເຖິງຈີນ. ນີ້ເຮັດໃຫ້ການຄ້າທາງບົກເພີ່ມຂຶ້ນຢ່າງຫຼວງຫຼາຍ ນຳໄປສູ່ເລື່ອງເລົ່າອັນມະຫັດສະຈັນຈາກຜູ້ທີ່ເດີນທາງຕາມສິ່ງທີ່ຕໍ່ມາເປັນທີ່ຮູ້ຈັກວ່າ: ເສັ້ນທາງສາຍໄໝ (Silk Road).

ນັກເດີນທາງຊື່ດັງ (Famous Travelers)

ນັກສຳຫຼວດຊາວຕາເວັນຕົກທີ່ມີຊື່ສຽງ ເປັນຕົ້ນ ມາໂກ ໂປໂລ (Marco Polo) ເດີນທາງໄປທິດຕາເວັນອອກຕາມເສັ້ນທາງສາຍໄໝ. ພະສົງຊາວຈີນມົງໂກນຊື່: ຣັບບັນ ບາຣ ຊາອູມາ (Rabban Bar Sauma) ກໍເດີນທາງໄກຄ້າຍກັນ ຈາກບ້ານເກີດຂອງລາວທີ່ຄານບາລິກ (Khanbaliq) (ປັກກິ່ງໃນປັດຈຸບັນ) ຈົນເຖິງເອີຣົບ. ມິດຊັນນາຣີຊາວເອີຣົບ ເຊັ່ນ: ວິລລຽມແຫ່ງຣູບຣັກ (William of Rubruck) ກໍເດີນທາງໄປຍັງລາດຊະສຳນັກມົງໂກນເຊັ່ນກັນ. ພວກເຂົາຫວັງຈະປ່ຽນສາດສະໜາຄົນ ຫຼື ສົ່ງສານຈາກສັນຕະປາປາ ເພື່ອພະຍາຍາມສ້າງພັນທະມິດກັບຊາວມົງໂກນ.

ມີຄົນນ້ອຍຄົນທີ່ເດີນທາງຕະຫຼອດເສັ້ນທາງສາຍໄໝຈົນສຸດ. ສ່ວນໃຫຍ່ສິນຄ້າຖືກຊື້ຂາຍຕໍ່ກັນຜ່ານພໍ່ຄ້າຄົນກາງເປັນທອດໆ ຄືກັບການສົ່ງນ້ຳຕໍ່ກັນດ້ວຍຖັງ (bucket brigade). ນັ້ນໝາຍຄວາມວ່າສິນຄ້າຈາກຈີນເຂົ້າເຖິງຕາເວັນຕົກໄດ້ ແຕ່ລາຄາຈະແພງຂຶ້ນຫຼາຍລະຫວ່າງທາງ.

ຮູບພາບ: ຫຼຽນທອງຄຳຂອງ ເຈງກິສຄານ ຜະລິດໃນປີ 1221/2. (Gold coin of Genghis Khan, struck at the Ghazna (Ghazni) mint). ອິດສະລາມ, ມົງໂກນ. ມະຫາຄານ. ຈິງກິຊ (ເຈງກິສ). ປີຮິຈຍະຣາ (AH) 602–624 / ຄ.ສ. 1206–1227.

ຫຼຽນດີນາຣ໌ (Dinar) ທອງຄຳ (ເສັ້ນຜ່າສູນກາງ 24 ມມ, ນ້ຳໜັກ 3.36 ກຣາມ, ທິດ 6 ໂມງ). ຜະລິດທີ່ໂຮງຜະລິດຫຼຽນກາຊນາ (ກາຊນີ) (Ghazna/Ghazni). ລົງວັນທີ AH 618 (ຄ.ສ. 1221/2).

ດ້ານໜ້າ: ຄາລິມາ (Kalima) ແລະ ຊື່ຂອງຄາລີຟແຫ່ງອັບບາຊິດ (Abbasid) ໃນສີ່ແຖວ, ມີລາຍດອກໄມ້ປະດັບຢູ່ດ້ານເທິງ ແລະ ດ້ານຊ້າຍ; “ສັນຍາລັກທີສອງ” ຂອງອຸມາຢັດ (Umayyad) (ອັລ-ກຸຣອານ ສູຣະຫ໌ 9:33) ຢູ່ຂອບນອກ.

ດ້ານຫຼັງ: ຊື່ ແລະ ຍົດຖາບັນດາສັກຂອງ ເຈງກິສຄານ ໃນສີ່ແຖວ, ມີລາຍດອກໄມ້ປະດັບຢູ່ດ້ານຊ້າຍ ແລະ ດ້ານຂວາ; ສູດຊື່ໂຮງຜະລິດຫຼຽນ ແລະ ວັນທີ AH ຢູ່ຂອບນອກ.

ເອກະສານອ້າງອີງ: Spengler 16-18; CNR XXI, 1 (ລະດູໃບໄມ້ປົ່ງ 1996), 245-30-35; Album 1964; ICV 1940; Triton XXI, lot 951 (ໃຊ້ແມ່ພິມດຽວກັນ).

ສະພາບ: ດີ-ຄ່ອນຂ້າງສົມບູນ (Good VF). ຕີຫຼຽນໄດ້ຢູ່ກາງດີ ແລະ ຄົມຊັດ. ຕີທັບເທິງຫຼຽນອີກເຫຼັ້ມໜຶ່ງ ທີ່ບໍ່ສາມາດລະບຸໄດ້ແນ່ຊັດ.

ຫຼັງຈາກ ເຈງກິສຄານ ທຸລະກິດພໍ່ຄ້າຍັງຮຸ່ງເຮືອງຕໍ່ໄປພາຍໃຕ້ຜູ້ສືບທອດຂອງລາວ ຄື ອໍເກດາຍ ແລະ ກູຢຸກ (Güyük). ພໍ່ຄ້ານຳເຄື່ອງນຸ່ງ, ອາຫານ ແລະ ເຄື່ອງໃຊ້ອື່ນໆມາສົ່ງໃຫ້ພະຣາຊະວັງ. ເພື່ອຕອບແທນ ມະຫາຄານໃຫ້ພໍ່ຄ້າໄດ້ຮັບການຜ່ອນຜັນພາສີ ແລະ ອະນຸຍາດໃຫ້ໃຊ້ສະຖານີໄປສະນີຢ່າງເປັນທາງການຂອງມົງໂກນ. ພໍ່ຄ້າຍັງຊ່ວຍເກັບພາສີໃນຈີນ, ຣັດເຊຍ ແລະ ອີຣານ. ຖ້າພໍ່ຄ້າຖືກໂຈນປຸ້ນ ຄວາມເສຍຫາຍທັງໝົດຈະຖືກຊົດເຊີຍຈາກຄັງຫຼວງ.

ການປ່ຽນແປງນະໂຍບາຍ (Changes in Policy)

ນະໂຍບາຍປ່ຽນໄປໃນສະໄໝ ມອງເກຄານ (Möngke Khan). ເນື່ອງຈາກພໍ່ຄ້າບາງຄົນໃຊ້ລະບົບໃນທາງທີ່ຜິດ ຫຼື ເກັບພາສີຈາກປະຊາຊົນເກີນຄວນ ລາວຈຶ່ງພະຍາຍາມຢຸດບັນຫາເຫຼົ່ານີ້. ລາວສົ່ງຜູ້ສືບສວນພິເສດໄປກວດສອບທຸລະກິດໂອຣໂຕກ (ortoq) ແລະ ຍັງສັ່ງໃຫ້ພໍ່ຄ້າທຸກຄົນຕ້ອງຈ່າຍພາສີທຸລະກິດ ແລະ ພາສີຊັບສິນ. ນະໂຍບາຍນີ້ສືບຕໍ່ໃນລາຊະວົງຫຍວນ.

ການລົ້ມສະຫຼາຍຂອງຈັກກະພັດມົງໂກນໃນສັດຕະວັດທີ 14 ນຳໄປສູ່ການແຕກຫັກຂອງການເຊື່ອມຕໍ່ຕາມເສັ້ນທາງສາຍໄໝ. ທາງຕາເວັນຕົກ ເຜົ່າເຕີກຍຶດຄອງບາງສ່ວນຂອງເສັ້ນທາງ ເຊິ່ງໃນທີ່ສຸດນຳໄປສູ່ການລຸກຂຶ້ນຂອງ ຈັກກະພັດອອດໂຕມັນ (Ottoman Empire). ທາງຕາເວັນອອກ ຊາວຈີນໂຄ່ນລົ້ມ ລາຊະວົງຫຍວນໃນປີ 1368 ແລະ ເລີ່ມລາຊະວົງຫມິງ (Ming dynasty). ລາຊະວົງຫມິງຫຼັງຈາກນັ້ນເນັ້ນຮັກສາຈີນໃຫ້ແຍກຕ່າງຫາກຈາກປະເທດອື່ນຫຼາຍຂຶ້ນ.

ມໍລະດົກຂອງຈັກກະພັດມົງໂກນ (Legacy of the Mongol Empire)

ປະຫວັດສາດມົງໂກເລຍ (History of Mongolia)

ຮູບພາບ: ແຜນທີ່ສະແດງຂອບເຂດຂອງຈັກກະພັດມົງໂກນໃນສັດຕະວັດທີ 13 ປຽບທຽບກັບບ່ອນຢູ່ຂອງຊາວມົງໂກນໃນປັດຈຸບັນ (Mongols-map).

ຈັກກະພັດມົງໂກນ ໃນຖານະຈັກກະພັດທີ່ເຊື່ອມຕໍ່ກັນໃຫຍ່ທີ່ສຸດໃນປະຫວັດສາດ ໄດ້ປະໄວ້ຜົນກະທົບທີ່ຍືນຍົງ. ມັນລວມພາກພື້ນຂະໜາດໃຫຍ່ເຂົ້າດ້ວຍກັນ ແລະ ບາງສ່ວນ (ເຊັ່ນ: ບາງພາກຂອງຣັດເຊຍ ແລະ ຈີນຕາເວັນຕົກ) ຍັງຢູ່ລວມກັນຈົນເຖິງທຸກມື້ນີ້. ຫຼັງຈາກຈັກກະພັດລົ້ມລະລາຍ ຊາວມົງໂກນ ຫຼາຍຄົນໄດ້ກົມກືນເຂົ້າກັບປະຊາກອນທ້ອງຖິ່ນ. ລູກຫຼານຂອງເຂົາບາງຄົນຮັບເອົາ ສາສະໜາ (religions) ຂອງທ້ອງຖິ່ນ. ຕົວຢ່າງ: ຊາວມົງໂກນຝັ່ງຕາເວັນອອກສ່ວນໃຫຍ່ກາຍເປັນຊາວພຸດ ໃນຂະນະທີ່ຊາວມົງໂກນຝັ່ງຕາເວັນຕົກສ່ວນໃຫຍ່ຮັບເອົາ ສາສະໜາອິດສະລາມ (Islam).

ຜົນກະທົບຕໍ່ປະຊາກອນ (Impact on Populations)

ນັກປະຫວັດສາດບາງຄົນເຊື່ອວ່າການເຂົ້າຍຶດຄອງຂອງເຈງກິສຄານກໍ່ໃຫ້ເກີດການທຳລາຍຢ່າງຫຼວງຫຼາຍໃນບາງພື້ນທີ່. ສິ່ງນີ້ນຳໄປສູ່ການປ່ຽນແປງຢ່າງໃຫຍ່ຫຼວງຂອງປະຊາກອນອາຊີ. ຕົວຢ່າງ: ປະຊາກອນຂອງຈີນຫຼຸດລົງຢ່າງຫຼວງຫຼາຍຕະຫຼອດ 50 ປີທີ່ມົງໂກນປົກຄອງ. ກ່ອນມົງໂກນບຸກຮຸກ ຈີນມີປະຊາກອນປະມານ 120 ລ້ານຄົນ. ຫຼັງການຍຶດຄອງ ການສຳມະໂນຄົວປີ 1300 ລາຍງານວ່າມີປະມານ 60 ລ້ານຄົນ. ນັກປະຫວັດສາດມີຄວາມຄິດເຫັນຕ່າງກັນວ່າເປັນຫຍັງຈຶ່ງເປັນແບບນີ້. ບາງຄົນຄິດວ່າເກີດຈາກບັນຫາການບັນທຶກຂໍ້ມູນ ໃນຂະນະທີ່ບາງຄົນເຊື່ອວ່າຊາວມົງໂກນເຮັດໃຫ້ປະຊາກອນຫຼຸດລົງແທ້ຈິງ. ໂລກລະບາດດຳ (Black Death) (ພະຍາດຮ້າຍແຮງ) ກໍມີບົດບາດສຳຄັນຕໍ່ການຫຼຸດລົງຂອງປະຊາກອນໃນຈີນ ແລະ ບາງພາກຂອງໂລກເຊັ່ນກັນ.

ໂລກອິດສະລາມ (Islamic world) ກໍປະສົບການປ່ຽນແປງຢ່າງໃຫຍ່ຫຼວງຈາກການບຸກຮຸກຂອງມົງໂກນເຊັ່ນກັນ. ປະຊາກອນໃນພື້ນທີ່ຮາບສູງອີຣານ (Iranian plateau) ທົນທຸກທໍລະມານຈາກພະຍາດລະບາດ ແລະ ຄວາມອຶດຫິວທີ່ແຜ່ຫຼາຍ. ນັກປະຫວັດສາດບາງຄົນຄາດຄະເນວ່າປະຊາກອນອີຣານບໍ່ໄດ້ກັບຄືນສູ່ລະດັບກ່ອນມົງໂກນຈົນເຖິງກາງສັດຕະວັດທີ 20. ເມໂຊໂປຕາເມຍ (Mesopotamia) ພາກພື້ນທີ່ມີຊື່ສຽງດ້ານອາລະຍະທຳບູຮານ ກໍພົບການຫຼຸດລົງຢ່າງຫຼວງຫຼາຍທັງດ້ານປະຊາກອນ ແລະ ຄວາມສຳຄັນ.

ຜົນກະທົບທີ່ຍືນຍົງອື່ນໆ (Other Lasting Effects)

ຮູບພາບ: ໂທກຕາມິດ (Tokhtamysh) ແລະ ກອງທັບຂອງຂັນທະກອງທັບທອງ (Golden Horde) ເລີ່ມການປິດລ້ອມມອສໂກ (ປີ 1382). Facial Chronicle – b.10, p.049 – Tokhtamysh at Moscow. ໂທກຕາມິດ (Tokhtamysh) ປິດລ້ອມມອສໂກ (Moscow), ຮູບຂະໜາດນ້ອຍຈາກ “ບັນທຶກເຫດການປະກອບຮູບ” (Illustrated Chronicle) ຂອງອີວານຜູ້ເຮືອງຍົດ (Ivan the Terrible) (ສັດຕະວັດທີ 16). (Tokhtamysh and the armies of the Golden Horde begin the Siege of Moscow (1382).

ຊື່ເຕັມ: ບັນທຶກເຫດການແບບປະກອບຮູບ (Facial Chronicle) – ເຫຼັ້ມ 10, ໜ້າ 049 – ໂທກຕາມິດທີ່ມອສໂກ

ນີ້ແມ່ນຜົນກະທົບໄລຍະຍາວອື່ນໆຂອງຈັກກະພັດມົງໂກນ:

  • ການລຸກຂຶ້ນຂອງມອສໂກ: ມອສໂກ ກາຍເປັນເມືອງສຳຄັນໃນຊ່ວງທີ່ຢູ່ພາຍໃຕ້ການປົກຄອງຂອງມົງໂກນ-ຕາຕາ (Mongol-Tatar). ຜູ້ປົກຄອງຣັດເຊຍ ເກັບພາສີໃຫ້ຊາວມົງໂກນ ເຊິ່ງໝາຍຄວາມວ່າຊາວມົງໂກນບໍ່ຄ່ອຍໄປຢ້ຽມຢາມດິນແດນເຫຼົ່ານີ້. ໃນທີ່ສຸດ ຊາວຣັດເຊຍກໍໄດ້ຄວາມເຂັ້ມແຂງທາງທະຫານ ແລະ ຜູ້ປົກຄອງຂອງເຂົາ ອີວານທີ 3 (Ivan III) ກໍໂຄ່ນລົ້ມ ຊາວມົງໂກນໄດ້ ແລະ ສ້າງອານາຈັກຊາຣ໌ແຫ່ງຣັດເຊຍ (Russian Tsardom).
  • ຄວາມຮູ້ກ່ຽວກັບໂລກທີ່ຂະຫຍາຍກວ້າງຂຶ້ນ: ຊາວເອີຣົບ ໄດ້ຮຽນຮູ້ກ່ຽວກັບໂລກຫຼາຍຂຶ້ນຍ້ອນຂໍ້ມູນທີ່ທູດ ແລະ ພໍ່ຄ້າມົງໂກນນຳກັບມາ. ເມື່ອ ຄຣິສໂຕເຟີ ໂຄລຳບັສ (Christopher Columbus) ເດີນເຮືອໃນປີ 1492 ລາວຫວັງຈະໄປເຖິງ “ແຄເທ” (Cathay) (ຈີນ) ແລະ ມອບຈົດໝາຍໃຫ້ມະຫາຄານ (Grand Khan).
  • ໂລກລະບາດດຳ: ການສຶກສາບາງຢ່າງຊີ້ວ່າ: ໂລກລະບາດດຳ (Black Death) ທີ່ທຳລາຍເອີຣົບໃນທ້າຍຊຸມປີ 1340 ອາດແຜ່ຈາກຈີນໄປເອີຣົບຕາມເສັ້ນທາງການຄ້າຂອງມົງໂກນ. ພະຍາດຮ້າຍແຮງນີ້ເຮັດໃຫ້ມີຜູ້ເສຍຊີວິດຫຼາຍລ້ານຄົນທົ່ວໂລກ.
  • ລະບົບການຂຽນ: ຊາວມົງໂກນນຳເຂົ້າລະບົບການຂຽນສຳລັບພາສາຂອງເຂົາ ໂດຍອີງໃສ່ຕົວອັກສອນອຸຍເກີເກົ່າ (Old Uyghur). ຕົວອັກສອນນີ້ຍັງຖືກໃຊ້ໃນ ມົງໂກເລຍ (Mongolia) ຈົນມາຮອດທຸກມື້ນີ້.

ຮູບພາບອື່ນໆທີ່ກ່ຽວຂ້ອງສຳລັບບົດຄວາມ

ຮູບພາບ: ຊົນເຜົ່າມົງໂກນໃນສະໄໝລາຊະວົງຄີຕານ-ເລົ້າ (Khitan Liao) (ປີ 907–1125). (Mongolia XI). ອີງຕາມໄຟລ໌ “Asia laea relief location map.jpg”. ແຫຼ່ງຂໍ້ມູນ: ອີງສ່ວນໜຶ່ງຈາກ “ແຜນທີ່ແຫ່ງຊາດມົງໂກເລຍ” (Mongolian National Atlas) (ປີ 2009).

ຮູບພາບ: ໂລກເກົ່າ (Old World) ປະມານປີ 1200 ກ່ອນມົງໂກນບຸກຮຸກ (Eastern Hemisphere in 1200 AD.).

ຮູບພາບ: ເຈງກິສຄານ ຈາກພິພິທະພັນພະລາຊະວັງແຫ່ງຊາດ (National Palace Museum) ໃນໄທເປ ປະເທດໄຕ້ຫວັນ. ໄທຈູ (Taizu) ທີ່ເປັນທີ່ຮູ້ຈັກດີໃນຊື່ເຈງກິສຄານ. ຮູບຄົນຕັດມາຈາກໜ້າໜຶ່ງຂອງອາລະບັ້ມທີ່ສະແດງຮູບຈັກກະພັດລາຊະວົງຫຍວນຫຼາຍພະອົງ (Yuandjai di banshenxiang) ເຊິ່ງປັດຈຸບັນເກັບຮັກສາຢູ່ພິພິທະພັນພະລາຊະວັງແຫ່ງຊາດ (National Palace Museum) ໃນໄທເປ. ຂະໜາດເດີມກວ້າງ 47 ຊມ ແລະ ສູງ 59.4 ຊມ. ສີ ແລະ ໝຶກຢູ່ໃນຜ້າໄໝ. ສຳລັບໜ້າເຕັມ ເບິ່ງຮູບ “Image:YuanEmperorAlbumGenghisFull.jpg”.

ຮູບພາບ: ເຈງກິສຄານຂຶ້ນເປັນຜູ້ປົກຄອງໃກ້ແມ່ນ້ຳໂອນານ (Onan). ໃນລະດູໃບໄມ້ປົ່ງປີ 1206 ເຈງກິສຄານຂຶ້ນຄອງລາຊະບັນລັງໃນສະພາໃຫຍ່ “ເຢເກ ຄູຣິລຕາຍ” (Yeke Quriltay) ທີ່ເຂດຕົ້ນນ້ຳຂອງແມ່ນ້ຳໂອນານ. ຮູບຈາກໜັງສື “ຈາມີ ອັດ-ຕະວາຣີຄ” (Jami’ al-tawarikh) ຂອງຣາຊິດ ອັດ-ດິນ (Rashid al-Din).

ຮູບພາບ: ຈັກກະພັດມົງໂກນປະມານປີ 1207. ອີງຕາມໄຟລ໌ “Asia laea relief location map.jpg”. ແຫຼ່ງຂໍ້ມູນ: ອີງສ່ວນໜຶ່ງຈາກ “ແຜນທີ່ແຫ່ງຊາດມົງໂກເລຍ” (Mongolian National Atlas) ປີ 2009.

ຮູບພາບ: ພິທີຂຶ້ນຄອງລາຊະສົມບັດຂອງອໍເກດາຍຄານໃນປີ 1229. (Coronation Of Ogodei, 1229).

ຮູບພາບ: ການຍຶດ ແລະ ທຳລາຍເມືອງຊູດາລ (Suzdal) ໂດຍບາຕູຄານ (Batu Khan) ໃນເດືອນກຸມພາ ປີ 1238 ໃນລະຫວ່າງການບຸກຮຸກຣັດເຊຍຂອງມົງໂກນ. ຮູບຂະໜາດນ້ອຍຈາກບັນທຶກເຫດການ (chronicle) ໃນສັດຕະວັດທີ 16.

ຮູບພາບ: ບາຕູຄານເສີມຄວາມເຂັ້ມແຂງໃຫ້ຂັນທະກອງທັບທອງ (Golden Horde). (Batu Khan on the throne).

ຮູບພາບ: ຈົດໝາຍຂອງກູຢຸກຄານ (Güyük Khan) ເຖິງສັນຕະປາປາອິນໂນເຊັນທີ 4 (Innocent IV) ໃນປີ 1246. ຈົດໝາຍຈາກມະຫາຄານກູຢຸກເຖິງສັນຕະປາປາອິນໂນເຊັນທີ 4 ສະບັບພາສາເປີເຊຍ ທີ່ຈອນ ເດ ກາຣປີນີ (John de Carpini) ນຳມາເອີຣົບ. ເບິ່ງເພີ່ມເຕີມ: “Image:LetterInnocenceToTartarKingAndPeople_a.jpg” ແລະ “Image:LetterInnocenceToTartarKingAndPeople_b.jpg”. ຕາປະທັບ (ເບິ່ງບ່ອນນີ້) ເປັນອັກສອນມົງໂກນ.

ຮູບພາບ: ເຕົ່າຫີນ (Stone Tortoise ຫຼື “ປີຊີ” bixi) ທີ່ສະຖານທີ່ເມືອງຫຼວງຂອງມົງໂກນ ກາຣາໂກຣຳ (Karakorum) ໃນຄາຮໍຣິນ (Harhorin) ປະເທດມົງໂກເລຍ.

ຮູບພາບ: ຮູລາກູ (Hulagu Khan) ຫຼານຊາຍຂອງເຈງກິສຄານ ແລະ ຜູ້ກໍ່ຕັ້ງຂັນທະອີລຄານ (Il-Khanate).

ຮູບພາບ: ການບຸກລຸກ ຂອງມົງໂກນເຂົ້າສູ່ແບັກແດດ. ການຍຶດແບັກແດດໂດຍຊາວມົງໂກນໃນປີ 1258. ຮູບປະກອບສອງໜ້າຕໍ່ກັນຈາກໜັງສື “ຈາມີ ອັດ-ຕະວາຣີຄ” (Gami’ at-tawarih) ຂອງຣາຊິດ ອັດ-ດິນ (Rashid-ad-Din). ຄາດວ່າຢູ່ຕາບຣີຊ (?) ໄຕມາດທຳອິດຂອງສັດຕະວັດທີ 14. ສີນ້ຳ ແລະ ທອງຄຳເທິງເຈ້ຍ. ຂະໜາດເດີມ: 37.4 ຊມ x 29.3 ຊມ (ດ້ານຂວາ), 37.2 ຊມ x 29 ຊມ (ດ້ານຊ້າຍ). ຫໍສະໝຸດລັດເບີລິນ (Staatsbibliothek Berlin), ພະແນກຕາເວັນອອກ (Orientabteilung), Diez A fol. 70, ໜ້າ 4 (ຂວາ) ແລະ 7 (ຊ້າຍ). ສັງເກດສະພານເຮືອທີ່ຜູກຕໍ່ກັນ (ponton bridges), ເຄື່ອງຍິງເຂົ້າເມືອງ (siege engines) ແລະ ຜູ້ອົບພະຍົບຢູ່ເທິງເຮືອ ເຊິ່ງອາດເປັນຜູ້ມີຍົດສູງ ຫຼື ແມ່ນແຕ່ຄາລີຟ (Caliph) ເອງ. ສຳລັບສ່ວນຊ້າຍ ຫຼື ສ່ວນຂວາຂອງຮູບປະກອບແຕ່ຢ່າງດຽວ ເບິ່ງ “Image:DiezAlbumsFallOfBaghdad_b.jpg” ແລະ “Image:DiezAlbumsFallOfBaghdad_a.jpg”.

ຮູບພາບ: ການລົ້ມສະຫຼາຍຂອງແບັກແດດ ປີ 1258. ຊາວມົງໂກນປິດລ້ອມແບັກແດດໃນປີ 1258.

ຮູບພາບ: ຂະໜາດຂອງຈັກກະພັດມົງໂກນຫຼັງຈາກມອງເກຄານເສຍຊີວິດ (1251–1259). ຂອບເຂດຂອງຈັກກະພັດມົງໂກນ ປີ 1259.

ຮູບພາບ: ກູບິລາຍຄານ ຫຼານຊາຍຂອງເຈງກິສຄານ ແລະ ຜູ້ກໍ່ຕັ້ງລາຊະວົງຫຍວນ.

ຮູບແຕ້ມຂອງຊີຊູ (Shizu) ທີ່ເປັນທີ່ຮູ້ຈັກດີໃນຊື່ກູບິລາຍຄານ ໃນຊຸມປີ 1260 (ເຖິງແມ່ນວ່າຮູບແຕ້ມນີ້ເປັນຮູບທີ່ແຕ້ມຫຼັງຈາກລາວເສຍຊີວິດ ໄດ້ແຕ້ມບໍ່ດົນຫຼັງລາວເສຍຊີວິດໃນເດືອນກຸມພາ ປີ 1294 ໂດຍນັກປະຕິມາກອນ ແລະ ນັກດາລາສາດຊາວເນປານຊື່ ອານີເກ (Anige)). ຮູບແຕ້ມເປັນແບບຮູບຄົນຂອງຈີນ. ປັດຈຸບັນເກັບຮັກສາຢູ່ພິພິທະພັນພະລາຊະວັງແຫ່ງຊາດ (National Palace Museum) ໃນໄທເປ ປະເທດໄຕ້ຫວັນ; ສີ ແລະ ໝຶກເທິງຜ້າໄໝ, ຂະໜາດ 59.4 x 47 ຊມ. ເສື້ອຄຸມສີຂາວຂອງກູບິລາຍສະທ້ອນເຖິງບົດບາດທີ່ລາວປາຖະໜາ ແລະ ເປັນສັນຍາລັກ ໃນຖານະໝໍຜີ (ຊາແມນ) ຂອງມົງໂກນ.

ໃນໜ້າ 66–67 ຂອງໜັງສື “Khubilai Khan: His Life and Times” (ສະບັບປົກອ່ອນ) ຂອງມໍຣິສ ໂຣສຊາບີ (Morris Rossabi) ລາວຂຽນກ່ຽວກັບຮູບແຕ້ມນີ້ ແລະ ຮູບແຕ້ມຕໍ່ມາຂອງການລ່າສັດໃນປີ 1280 ທີ່ປາກົດໃນບົດຄວາມ Kublai Khan ຂອງ Wikipedia ພາສາອັງກິດດ້ວຍ ວ່າ:

“ຮູບແຕ້ມຂອງຈີນທີ່ແຕ້ມລາວປະມານຊ່ວງເວລານີ້ [ຄືປະມານຊ່ວງການກະບົດຂອງລີ ຖັງ ແລະ ການປະຫານວັງ ເວິນຕົ້ງ ໃນປີ 1262] ສະແດງໃຫ້ເຫັນຊາຍຜູ້ແຂງແຮງ ແລະ ມີຄວາມຕັ້ງໃຈແນ່ວແນ່. ລາວນຸ່ງເສື້ອຜ້າສີຂາວທຳມະດາ ບໍ່ມີຜ້າໄໝ ຫຼື ຂົນສັດປະດັບຮ່າງກາຍ. ໝວກສີດຳ ແລະ ຂາວຂອງລາວບໍ່ໄດ້ຫຼູຫຼາເລີຍ ແລະ ໜວດ ກັບເຄົາຂອງລາວຖືກຕັດແຕ່ງຮຽບຮ້ອຍ ແລະ ເຫັນໄດ້ຊັດວ່າມີການດູແລ. ສຳຄັນທີ່ສຸດ ຮູບສະແດງວ່າ ກູບິລາຍ ຍັງບໍ່ໄດ້ຫຼົງໄຫຼໃນຄວາມສຸກທາງກາຍ. ເຖິງແມ່ນຈະບໍ່ໄດ້ຈ່ອຍຜອມຫອມແຫ້ງ ແຕ່ກໍບໍ່ໄດ້ອ້ວນເກີນໄປ ຄືກັບທີ່ເປັນຕອນທ້າຍຂອງການປົກຄອງ. ເປັນໄປໄດ້ວ່າອາຫານ ບໍ່ວ່າຈະເປັນຂອງຈີນ ຫຼື ແບບອື່ນ ຍັງບໍ່ໄດ້ກາຍເປັນຄວາມຫຼົງໄຫຼທີ່ກືນກິນຕົວລາວ; ທັງບໍ່ມີອາການໃດທີ່ສະແດງວ່າລາວດື່ມຫຼາຍ ດັ່ງທີ່ຕໍ່ມາລາວເປັນ. ຄວາມຕື່ນຕົວ ແລະ ຄວາມແຂງແຮງຂອງລາວແຕກຕ່າງຢ່າງຊັດເຈນຈາກຮູບລັກສະນະຂອງລາວໃນຮູບແຕ້ມປີ 1280. ສອງທົດສະວັດຫຼັງຈາກຂຶ້ນຄອງອຳນາດໃນຈີນ ລາວກາຍເປັນຄົນອ້ວນຈົນຜິດປົກກະຕິ.”

ໃນບົດຄວາມ “The Portraits of Khubilai Khan and Chabi by Anige (1245-1306), a Nepali Artist at the Yuan Court” ໃນວາລະສານ Artibus Asiae ອານນິງ ຈິງ (Anning Jing) ບອກປະຫວັດຂອງຮູບແຕ້ມນີ້ ແລະ ຮູບຂອງຊາບີ (Chabi) ພັນລະຍາຂອງກູບິລາຍ ທີ່ແຕ້ມໂດຍນັກສິລະປິນຊາວເນປານຊື່: ອານີເກ (ຫຼື ເອີ້ນວ່າ ອາຣານິໂກ Araniko) ຜູ້ເປັນຄົນໃກ້ຊິດຂອງກູບິລາຍ ແລະ ໄດ້ຮັບມອບໝາຍໃຫ້ກຳກັບໂຄງການກໍ່ສ້າງສາທາລະນະຫຼາຍແຫ່ງດ້ວຍ.

ຮູບຄົນຕັດມາຈາກໜ້າໜຶ່ງຂອງອາລະບັ້ມທີ່ສະແດງຮູບຈັກກະພັດລາຊະວົງຫຍວນຫຼາຍພະອົງ (Yuandai di banshenxiang) ປັດຈຸບັນເກັບຢູ່ພິພິທະພັນພະລາຊະວັງແຫ່ງຊາດໃນໄທເປ (ເລກທະບຽນ zhonghua 000324). ຂະໜາດເດີມກວ້າງ 47 ຊມ ແລະ ສູງ 59.4 ຊມ. ສີ ແລະ ໝຶກເທິງຜ້າໄໝ. ສຳລັບໜ້າເຕັມ ເບິ່ງ “Image:YuanEmperorAlbumKhubilaiFull.jpg”.

ຮູບພາບ: ຊາມູໄລ ຊູເອນະງະ (Suenaga) ປະເຊີນກັບລະເບີດຂອງມົງໂກນ ແລະ ລູກທະນູຂອງໂກຣຽວ (Goryeo). ຮູບແຕ້ມທີ 7 ຈາກມ້ວນທຳອິດຂອງ “ບັນທຶກປະກອບຮູບການບຸກຮຸກຍີ່ປຸ່ນຂອງມົງໂກນ” (Illustrated Account of the Mongol invasion of Japan) ສະແດງຊາມູໄລ ທາເກຊາກິ ຊູເອນະງະ (Takezaki Suenaga) ຕໍ່ສູ້ກັບນັກຮົບມົງໂກນ ໃນລະຫວ່າງການສູ້ຮົບແຫ່ງບຸນເອ (Battle of Bun’ei) ປີ 1274.

ຮູບພາບ: ຊາມູໄລ ມິຕຊຸຍ ຊູເກນະງະ (Mitsui Sukenaga) ເອົາຊະນະກອງທັບມົງໂກນທີ່ບຸກຮຸກ.

ຄຳບັນຍາຍເປັນພາສາຍີ່ປຸ່ນ: 『蒙古襲来絵詞』 前巻【絵六】逃げる蒙古兵に矢を射る三井資長(竹崎季長の姉婿 (ບັນທຶກປະກອບຮູບການບຸກຮຸກຂອງມົງໂກນ) ມ້ວນຕົ້ນ【ຮູບທີ 6】 ມິຕຊຸຍ ຊູເກນະງະ (ອ້າຍເຂີຍຂອງທາເກຊາກິ ຊູເອນະງະ) ຍິງລູກທະນູໃສ່ທະຫານມົງໂກນທີ່ກຳລັງໜີ.

ຮູບພາບ: ຕະກຸນຊິຣາອິຊິ (Shiraishi) ຂອງຊາມູໄລ.

ຄຳບັນຍາຍເປັນພາສາຍີ່ປຸ່ນ: 『蒙古襲来絵詞』前巻・絵5・第17紙 竹崎季長の後方より蒙古兵に突撃する白石通泰の手勢。 墨書に「白石六郎通泰/其勢百余騎/後陣よりかく」とある。 (ບັນທຶກປະກອບຮູບການບຸກຮຸກຂອງມົງໂກນ) ມ້ວນຕົ້ນ ຮູບທີ 5 ແຜ່ນທີ 17 ກຳລັງຂອງຊິຣາອິຊິ ມິຊິຢາສຸ (Shiraishi Michiyasu) ບຸກໂຈມຕີທະຫານມົງໂກນຈາກທາງຫຼັງຂອງທາເກຊາກິ ຊູເອນະງະ. ໃນຂໍ້ຄວາມທີ່ຂຽນດ້ວຍໝຶກວ່າ: “ຊິຣາອິຊິ ໂຣກຸໂຣ ມິຊິຢາສຸ / ກຳລັງກວ່າໜຶ່ງຮ້ອຍຄົນຂີ່ມ້າ / ບຸກມາຈາກທັບຫຼັງ”.

ຮູບພາບ: ງານສົບຂອງ ຊາກາຕາຍຄານ (Chagatai Khan). ຮູບຈາກໜັງສື “ຈາມີ ອັດ-ຕະວາຣີຄ” (Jami’ al-tawarikh) ຂອງຣາຊິດ ອັດ-ດິນ (Rashid al-Din).

ຮູບພາບ: ນັກຂີ່ມ້າມົງໂກນ ສະໄໝລາຊະວົງຫຍວນ. ຮູບປັ້ນຈາກພິພິທະພັນປະຫວັດສາດສານຊີ (Shaanxi History Museum) ໃນນະຄອນ ຊີອານ (Xi’an).

ຮູບພາບ: ຮູບແຕ້ມຂອງເອີຣົບ ສະແດງຄານສີ່ຄົນ: ເຕມຽວ (Temür), ຊາປາ (Chapar), ໂຕກຕາ (Toqta) ແລະ ອໍລຈາຍຕູ (Öljaitü).

ຄານຂອງ “ສີ່ອູລຸດ” (the four uluses): ເຕມຽວ (ລາຊະວົງຫຍວນ), ຊາປາ (ອູລຸດຂອງອໍເກດາຍ), ໂຕກຕາ (ຂັນທະກອງທັບທອງ) ແລະ ອໍລຈາຍຕູ (ຂັນທະອີລຄານ). ຮູບຈາກໜັງສື “ດອກໄມ້ແຫ່ງປະຫວັດສາດຕາເວັນອອກ” (Fleur des histoires d’orient) ຂອງເຮຕັນແຫ່ງໂກຣີຄັສ (Hayton of Corycus).

ຮູບພາບ: ກະສັດເບລາທີ 4 (Béla IV) ແຫ່ງຮັງກາຣີ ໜີຈາກຊາວມົງໂກນໃນປີ 1241.

ຊາວມົງໂກນໃນຮັງກາຣີ ປີ 1241. ຮັງກາຣີ. ໝຶກ ແລະ ສີເທິງແຜ່ນໜັງສັດ (parchment). ສູງ 25.3 ຊມ, ກວ້າງ 32.8 ຊມ. ຫໍສະໝຸດແຫ່ງຊາດເຊເຊນີ (Széchényi National Library) ໃນບູດາເປັດ, ແຜ່ນທີ 63 ດ້ານໜ້າ (fol. 63 recto), ເລກທະບຽນ Clmae 404 (ຮູບນີ້ເປັນສຳເນົາທີ່ເຮັດຂຶ້ນໃນສັດຕະວັດທີ 19). ຈາກ “ບັນທຶກປະກອບຮູບ” (Chronicum Pictum) ຂອງຫໍສະໝຸດແຫ່ງຊາດຮັງກາຣີ. ກະສັດເບລາ ກຳລັງໜີຈາກຊາວມົງໂກນ. ຜູ້ນຳມົງໂກນໃນຮູບອາດແມ່ນຄາດານ (Qadan) ລູກຊາຍຂອງອໍເກດາຍ.

ຮູບພາບ: ໝວກເຫຼັກຈາກຈັກກະພັດມົງໂກນ. ໝວກເຫຼັກເຫຼັກຂອງຈັກກະພັດມົງໂກນ ຈາກຫໍວາງສະແດງປະຫວັດສາດມົງໂກເລຍໃນ (Inner Mongolian History Gallery) ຂອງພິພິທະພັນມົງໂກເລຍໃນ (Inner Mongolia Museum) ໃນເມືອງຮູຮໍໂຮດ (Hohhot) ປະເທດຈີນ. ຄັງຮູບຖ່າຍທີ່ມີດັດຊະນີຄົບຖ້ວນ ເບິ່ງໄດ້ທີ່ WorldHistoryPics.com.

ຮູບພາບ: ການສູ້ຮົບທີ່ນ້ຳສີຟ້າ (Battle of Blue Waters) ໃນປີ 1362 ເຊິ່ງ ລິທົວເນຍ ຂັບໄລ່ຂັນທະກອງທັບທອງອອກຈາກກີເອັບ.

ຮູບພາບ: ຄານຕາຕາຄຣີເມຍ (Crimean Tatar) ເມັງລີ ກີເຣ (Mengli Giray). ເມັງລີທີ 1 ກີເຣ (Meñli I Giray) ຄານແຫ່ງຄຣີເມຍ.

ຮູບພາບ: ການສ້າງພາບຈຳລອງນັກຮົບມົງໂກນ.

ນິທັດສະການ “ເຈງກິສຄານ” (Genghis Khan The Exhibition) ວັນທີ 19 ກຸມພາ – 10 ເມສາ 2011. ເດີນທາງຍ້ອນກັບໄປສູ່ມົງໂກເລຍໃນສັດຕະວັດທີ 13 ດ້ວຍການຈຳລອງທົ່ງຫຍ້າ ແລະ ສະໜາມຮົບຂອງມົງໂກເລຍຢ່າງສວຍງາມ ພ້ອມບູຮານວັດຖຸ ແລະ ອາວຸດຂອງຈັກກະພັດມົງໂກນ. ດ້ວຍຄັງບູຮານວັດຖຸຂອງເຈງກິສຄານທີ່ໃຫຍ່ທີ່ສຸດເທົ່າທີ່ເຄີຍລວບລວມມາຈາກຍຸກທີ່ຜູ້ຍຶດຄອງຄົນນີ້ປົກຄອງ ນິທັດສະການເລົ່າເລື່ອງຂອງຜູ້ຊາຍທີ່ນະວັດຕະກຳ, ຄວາມຊຳນານດ້ານເຕັກໂນໂລຢີ ແລະ ຄວາມສ້າງສັນທາງວັດທະນະທຳຂອງລາວ ເຮັດໃຫ້ລາວມີຊື່ສຽງເປັນໜຶ່ງໃນຜູ້ນຳທີ່ຍິ່ງໃຫຍ່ທີ່ສຸດໃນໂລກ ແຕ່ກໍຖືກເຂົ້າໃຈຜິດທີ່ສຸດຄືກັນ. ນິທັດສະການຍັງຈະໃຫ້ຄວາມເຂົ້າໃຈກ່ຽວກັບອິດທິພົນທີ່ຈັກກະພັດມົງໂກນມີຕໍ່ວັດທະນະທຳ, ກົດໝາຍສາກົນ ແລະ ການເງິນ ຈົນເຖິງທຸກວັນນີ້.

ແຫຼ່ງທີ່ມາ: ພິພິທະພັນສິລະປະວິທະຍາສາດ (The ArtScience Museum).

ຮູບພາບ: ນາຍພົນມົງໂກນ ຊູບູໄຕ (Subutai) ແຫ່ງຂັນທະກອງທັບທອງ. ຮູບແຕ້ມຂອງຈີນສະໄໝກາງ ສະແດງນາຍພົນຊູບູໄຕ.

ຮູບພາບ: ຜູ້ຖືກປະຫານຖືກໂຍນລົງຈາກໜ້າຜາ. ການປະຫານຊີວິດ. ຮູບປະກອບຈາກໜັງສື “ຈາມີ ອັດ-ຕະວາຣີຄ” (Gami’ at-tawarih) ຂອງຣາຊິດ ອັດ-ດິນ (Rashid-ad-Din). ຄາດວ່າຢູ່ຕາບຣີຊ (?) ໄຕມາດທຳອິດຂອງສັດຕະວັດທີ 14. ສີນ້ຳວາດພາບເທິງເຈ້ຍ. ຂະໜາດເດີມ: 18.5 ຊມ x 26.2 ຊມ. ຫໍສະໝຸດລັດເບີລິນ (Staatsbibliothek Berlin), ພະແນກຕາເວັນອອກ (Orientabteilung), Diez A fol. 70, ໜ້າ 49. ຜູ້ຖືກປະຫານ (ມີເຄົາຍາວ ແລະ ຫຼວງ ເຊິ່ງອາດໝາຍຄວາມວ່າບໍ່ແມ່ນຊາວມົງໂກນ) ຖືກໂຍນລົງຈາກໜ້າຜາ.

ຮູບພາບ: ຮູບແຕ້ມຂະໜາດນ້ອຍແບບເປີເຊຍ ສະແດງການປ່ຽນໄປນັບຖືສາສະໜາອິດສະລາມຂອງກາຊານ (Ghazan). ການປ່ຽນສາສະໜາຂອງກາຊານມາເປັນອິດສະລາມ.

ແຫຼ່ງຂໍ້ມູນ: ແປ ແລະ ຮຽບຮຽງມາຈາກ https://kids.kiddle.co/Mongol_Empire